ກອງ​ປະຊຸມຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນຄັ້ງ​ທີ 3 ສະ​ໄໝ​ທີ18ອັດ​ລົງ​ແລ້ວ​ໃນ​ຕອນ​ບ່າຍວັນ​ທີ 12 ພະຈິກ​ນີ້

(GMT+08:00) 2013-11-12 17:59:46     cri
ຕາມ​ຂ່າວCRI: ກອງ​ປະຊຸມຄົບ​ຄະນະ ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນຄັ້ງ​ທີ3​ສະ​ໄໝ​ທີ18​ໄດ້​ອັດ​ລົງ​ແລ້ວ​ໃນຕອນ​ບ່າຍວັນ​ທີ12ພະຈິກ​ນີ້, ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ເປັນ​ເວລາ4ວັນ, ​ໄດ້ຮັບ​ຟັງ​ແລະ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​, ​ເລຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນທີ່​​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ກົມ​ການ​ເມືອງ​ສູນ​ກາງພັກ​, ​ໄດ້​ພິຈາລະ​ນາ​ແລະ​ຮັບ​ຜ່ານ "ຂໍ້​ຕົກລົງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດຈີນກ່ຽວ​ກັບບັນຫາ​ສຳຄັນ​ຕ່າງໆ​​ໃນການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ​".