ໄພ​ທຳ​ມະ​ຊາດ​ແມ່ນສິ່ງ​ທ້າ​ທາຍ​ຮ່ວມ​  ຈີນຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອາ​ຊຽນດ້ານ​ການ​ກູ້​ໄພ

(GMT+08:00) 2013-11-12 19:19:10     cri
ຕາມ​ຂ່າວCRI: ວັນ​ທີ12ພະຈິກ​ນີ້, ທ່ານ​ສິນ​ກ່າງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ກອງ​ປະຊຸມ​ຂ່າວ​ທີ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ, ຈີນ​ຈະ​ຮ່ວມ​ກັນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ປ້ອງ​ກັນ​ໄພ​ແລະ​ກູ້​ໄພ.