ສ່ວນ​ປະກອບ​ອັນສຳຄັນ​ຂອງ​ເສດຖະກິດ​ຕະຫຼາດ​ສັງຄົມ​ນິຍົມ, ລ້ວນ​ແຕ່​​ແມ່ນພື້ນຖານ​ສຳຄັນ​ຂອງການ​ພັດທະນາ​ເສດຖະກິດ​-ສັງຄົມ​ຂອງ​ຈີນ.

(GMT+08:00) 2013-11-12 20:01:51     cri
ປະກາດ​ແຈ້ງ​ການ​ຊີ້​ອອກ​ວ່າ, ​ເມື່ອ​ຮອດ​ປີ 2020 ຕ້ອງ​ໄດ້​ຮັບ​ໝາກຜົນ​ທີ່​ມີ​ລັກສະນະ​ຕັດສິນ​ໃນ​ດ້ານ​ການ​ປະຕິ​ຮູບ​ໃນ​ຂົງ​ເຂດທີ່​ສຳຄັນ​ແລະ​ດ້ານ​ຈຸດ​ສຸມ, ສ້າງ​ລະບົບ​ລະບຽບການ​ທີ່​ຄົບ​ຖ້ວນ, ຕາມ​ຫຼັກ​ວິທະຍາສາດ, ​ເປັນ​ລະບຽບ​ແບບ​ແຜນ ​ແລະ​ສາມາດປະຕິບັດ​ງານ​ຢ່າງ​ບັງ​ເກີດ​ຜົນ, ​ເຮັດ​ໃຫ້​ລະບອບ​ແຕ່​ລະ​ບຽບການ​ດ້ານ​ຕ່າງໆ​ຍິ່ງສຸກ​ງອມ​ກວ່າ​ເກົ່າ​ແລະ​ສົມບູນກວ່າ​​ເກົ່າ.

ປະກາດ​ແຈ້ງ​ການ​ຊີ້​ອອກ​ວ່າ, ຕ້ອງ​ປົກ​ປ້ອງອິດ​ທິພົນ​ຂອງ​ລັດຖະທຳ​ມະນູນ​ແລະ​ກົດໝາຍ, ລົງ​ເລິກ​ການ​ປະຕິ​ຮູບ​​ໂຄງ​ປະກອບການ​ບໍລິຫານ​ແລະ​ການ​ປະຕິບັດ​ກົດໝາຍ, ຮັບປະກັນການໃຊ້​ສິດການ​ໄຕ່​ສວນ​ແລະ​ສິດ​ໄອຍະ​ການ​ຢ່າງ​ອິດສະຫຼະແລະ​ຍຸດຕິ​ທຳ, ບູລະນະ​ກົນ​ໄກ​ການ​ນຳ​ໃຊ້​ອຳນາດດ້ານຕຸລາການ​​ໃຫ້ສົມບູນ​, ປັບປຸງ​ລະບຽບການ​ຮັບປະກັນ​ຕຸລາການ​ສິດທິ​ມະນຸດ​ໃຫ້​ສົມບູນ​.

ປະກາດ​ແຈ້ງ​ການ​ຊີ້​ອອກ​ວ່າ, ສູນ​ກາງ​ສ້າງ​ຕັ້ງ​ໜ່ວຍ​ງານ​ນຳພາ​ການ​ລົງ​ເລິກການ​ປະຕິ​ຮູບ​ຢ່າງຮອບດ້ານ, ຮັບຜິດຊອບ​ການ​ອອກ​ແບບ​ສັງ​ລວມ, ການຈັດ​ສັນການ​ປະສານ​ງານ​ກັນ, ຊຸກຍູ້ການ​ດຳ​ເນີນ​ສັງ​ລວມ, ​ຕິດຕາມການ​ປະຕິບັດ​ຕົວ​ຈິງ. ອົງຄະນະ​ພັກ​ທຸກ​ຂັ້ນ​​ຕ້ອງ​ປະຕິ​ບັດ​ໜ້າ​ທີ່​ຮັບຜິດຊອບຂອງ​ຕົນ​ຢ່າງ​ແທ້​ຈິງ​ໃນ​ການ​ນຳພາ​ຂອງ​ການ​ປະຕິ​ຮູບ. ສ້າງ​ຕັ້ງ​ຄະນະ​ກຳມະການ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ປັບປຸງ​​ໂຄງ​ປະກອບຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ແລະ​ຍຸດ​ທະ​ສາດ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ໃຫ້​ສົມບູນ​, ຮັບປະກັນ​ຄວາມ​ໝັ້ງຄົນ​ແຫ່ງ​ຊາດ.