ຝ່າຍຕໍ່ຕ້ານຂອງຊີຣີເຫັນດີເຂົ້າຮ່ວມກອງປະຊຸມເຊີແນວໂດຍມີເງີ່ອນໄຂ

(GMT+08:00) 2013-11-12 11:00:07     cri

ຕອນຄໍ່າ​ວັນ​ທີ 11 ພະຈິ​ກນີ້, "ສະຫະພັນຝ່າຍຕໍ່ຕ້ານ​ແລະ​ກໍາລັງ​ປະຕິ​ຮູບ​ແຫ່ງຊາດຊີຣີ" ຫລື ("ສະຫະພັນ​ແຫ່ງຊາດ") ທີ່​ເປັນຝ່າຍຕໍ່ຕ້ານຕົ້ນຕໍ​ພາຍ​ໃນ​ຊີຣີ ​ໄດ້​ອອກ​ຖະ​ແຫລ​ງການ​ວ່າ, ຝ່າຍຕໍ່ຕ້ານຂອງຊີຣີເຫັນດີເຂົ້າຮ່ວມກອງປະຊຸມເຊີແນວໂດຍມີເງີ່ອນໄຂ, ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຈົ່ງ​ເປີດ​ແນວທາງ​ວັດຖຸ​ດ້ານມະນຸ​ດສະ​ທໍາຢູ່​ຊີຣີ ​ແລະ​ຮຽກຮ້ອງ​ໃຫ້ລັດຖະບານ​ຊີຣີຈົ່ງ​ປ່ອຍນັກໂທດ​​ການ​ເມືອງ.

ທ່ານ​ລູ​ໄອ ຊາ​​ຟີ, ​ໂຄສົກ "ສະຫະພັນ​​ແຫ່ງ​ຊາດ" ກ່າວ​ຢູ່​ນະ​ຄອນ​ອິສຕານ​ບູບ ​ຂອງ​ຕວກກີ​ວ່າ, ຖະ​ແຫລ​ງການ​ສະບັບ​ນີ້​ແມ່ນ​ບັນ​ລຸ​ໂດຍ​ສະມາຊິກ 100 ກວ່າ​ທ່ານ​ຂອງ "ສະຫະພັນ​​ແຫ່ງ​ຊາດ" ພາຍຫລັງ​ການ​ຈັດ​ກອງ​ປະຊຸມ​ເປັນ​ເວລາ 2 ມື້​ແລະມີ​ມະຕິ​ອອກ​ມາຢູ່ນະ​ຄອນ​ອິສຕານ​ບູນ​ຂອງ​ຕວກກີ. "ສະຫະພັນ​​ແຫ່ງ​ຊາດ" ຍັງ​ໄດ້​ຈັດ​ຄະນະ​ກໍາມະການ​ສະ​ເພາະ​ກິດ​ຂຶ້ນເພື່ອ​ປຶກສາ​ຫາລື​ກັບ​ກໍາລັງ​ປະ​ກອບ​ອາວຸດ​ຕໍ່ຕ້ານ​ລັດຖະບານ​ຢູ່​ຊີຣີ ​ເພື່ອ​ຂໍ​​ການສະ​ໜັບສະ​ໜູນ​ຂອງ​ເຂົາ​ເຈົ້າ.