ກົນໄກວຽກງານທາງທະເລຈີນ-ອາຊຽນປຶກສາຫາລືການຮັກສາສິດຜົນປະໂຫຍດຂອງລູກເຮືອ​ຮ່ວມ​ກັນ

(GMT+08:00) 2013-11-12 11:54:14     cri

ວັນ​ທີ 7 ຫາ​ວັນ​ທີ 8 ພະ​ຈິກ​ນີ້, ກ​ອງປະຊຸມ​ກົນ​ໄກ​ປຶກສາ​ຫາລືວຽກງານທາງທະເລຈີນ-ອາຊຽນຄັ້ງ​ທີ 9 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຊຽງ​ໄຮ​ຂອງ​ຈີນ. ຜູ້ຕາງໜ້າ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ຄົ້ນຄວ້າ​ພິຈາລະນາ​ໂດຍ​ປິ່ນ​ອ້ອມ​ສົນທິສັນຍາ​ສາກົນ​ວ່າ​ດ້ວຍ​ຜູ້​ອອກ​ແຮງ​ງານ​ທາ​ງທາງ​ທະ​ເລ​ປີ 2006, ສົນທິສັນຍາວ່າ​ດ້ວຍ​ນໍ້າ​ການຄວບຄຸມແລະຈັດການນໍ້າເພື່ອການເດີນເຮືອປອດໄພ, ການ​ຮ່ວມ​ມື​ດ້ານ​ເຕັກນິກ ​ແລະການ​ກໍ່ສ້າງຄວາມ​ສາມາດດ້ານ​ວຽກ​ງານ​ທາງ​ທະ​ເລ ​ແລະ​ອື່ນໆ ​​ແລະ​ຍັງ​ໄດ້​ຄົ້ນຄວ້າ​ພິຈາລະນາ​ຮູບ​ແບບ​ການ​ຮ່ວມ​ມື​ດ້ານ​ການ​ເຊື່​ອມຈອດ​ກັນ​ຂອງ​ສອງ​ຝ່າຍ​ຕື່ມອີກ.

ມີ​ຜູ້ຕາງໜ້າ 50 ກວ່າ​ທ່ານ​ທີ່​ມາ​ຈາກ​ກະຊວງ​ຄົມມະນາຄົມ​ແລະ​ຂົນ​ສົ່ງ​ຈີນ​, ​ພາກສ່ວນ​ຄຸ້ມຄອງ​ວຽກ​ງານ​ທາງ​ທະ​ເລ​ຂອງ 10 ປະ​ເທດ​ອາ​ຊຽນ​ແລ​ະກອງ​ເລຂາ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ກອງປະຊຸມ​ຄັ້ງ​ນີ້.