ລັດຖະບານ​ຈີນ​ເລັ່ງລັດ​ແກ້​ໄຂ​ບັນຫາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​

(GMT+08:00) 2013-11-12 17:16:36     cri
ກອງ​ປະຊຸມ​ຄົບ​ຄະນະຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​​ຄັ້ງ 3 ສະ​ໄໝ​ທີ 18 ທີ່​ດຳ​ເນີນ​ເປັນ​ເວລາ 4 ມື້ນັ້ນ​ໄດ້​ອັດ​ລົງ​ແລ້ວ​ໃນ​ວັນ​ທີ 12 ພະຈິກ​ນີ້. ສິ່ງ​ທີ່​ປະຊາຊົນ​ຈີນ​ສົນ​ໃຈ​ທີ່​ສຸດ​ນັ້ນ​ແມ່ນ ພັກ​ກອມ​ມູນິດ​ຈີນ​ເຊິ່ງ​ເປັນ​ພັກ​ກຳ​ອຳນາດ​ຈະ​ວາງ​ແຜນ​ຈາກ​ຊັ້ນ​ເທິງ​ເພື່ອ​ແກ້​ໄຂ​ບັນຫາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຕື່ມ​ອີກ, ​ເຊິ່ງ​ແຜນການ​ດັ່ງກ່າວ​ຈະ​ສາມາດ​ແບ່ງປັນ​ໝາກຜົນ​ຂອງ​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ໃຫ້​ປະຊາຊົນ​ໄດ້​ດີກ​ວ່າ​ເກົ່າ​.

ນັບ​ແຕ່​ໄຂ​ກອງ​ປະຊຸມ​ໃຫຍ່​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 18 ​ເປັນຕົ້ນມາ, ລັດຖະບານ​ຈີນ​ໄດ້​ຍຶດໝັ້ນທິດ​ທາງ​ທີ່​ໃຫ້​ບູລິ​ມະ​ສິດ​ແກ່​ການ​ພັດທະນາ​ແລະ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ໄດ້​ແກ້​ໄຂ​ບັນຫາກ່ຽວ​ກັບ​ການ​ປິ່ນປົວ​ພະຍາດ, ການ​ສຶກສາ, ນະ​ໂຍບາຍ​ສຳ​ມະ​​ໂນ​ຄົວ​ແລະ​ການ​ປະກັນ​ສັງຄົມ​ທີ່​ປະຊາຊົນ​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ​ແລະ​ໂດຍ​ກົງ​ທີ່​ສຸດ, ​ໄດ້ອອ​ກ​ແຮງ​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ, ຊີວິດ​ການ​ເປັນ​ຢູ່​ອັນ​ພື້ນຖານ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຮັບປະກັນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ສິ່ງ​ທີ່​ພື້ນຖານ​ທີ່​ສຸດ​ຂອງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແມ່ນ​ການ​ປະກອບ​ອາຊີບ. ມີ​ທ້ອງ​ຖິ່ນ​ນັບ​ມື້​ນັບ​ຫຼາຍ​ໄດ້​ປະກາດ​ໃຊ້​ມາດ​ຕະການ​ເພື່ອ​ເພີ່ມຕຳ​ແໜ່​ງ​ປະກອບ​ອາຊີບ ​ແລະ​ມາດ​ຕະການ​ເຫຼົ່າ​ນີ້​ກໍ​ໄດ້​ຄົບ​ຖ້ວນ​ບໍລິບູນ​ກວ່າ​ເກົ່າ. ພາຍ​ໃຕ້​ເບື້ອງ​ຫຼັງ​ທີ່​ຈັງຫວະ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະກິດ​ຂອງ​ຈີນ​ໃນ​ປີ​ນີ້​ໄດ້​ຊັກ​ຊ້າ​ລົງ, ພ້ອມ​ທັງ​ສະພາບ​ການ​ປະກອບ​ອາຊີບ​ຂ້ຽວຂາດ​ຫຼາຍ, ລັດຖະບານ​ໄດ້​ປະກາດ​ໃຊ້ມາ​ດຕະການ​ຕ່າງໆ​ຢ່າງ​ແຂງ​ແຮງ ​ເຊິ່ງລວມທັງ​ການ​ຫຼຸດ​ຫຼື​ຍົກ​​ເວັ້ນພາສີ​ອາກອນ​ຂອງ​ວິ​ສາ​ຫະກິດຂະໜາດ​ນ້ອຍ, ​ແລະ​ໃຫ້ການ​ສະ​ໜັບສະ​ໜູນ​ການ​ປະກອບ​ອາຊີບ​ຂອງ​ກຸ່ມ​ຄົນ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ກ່ອນ.

ອາກາດ, ນ້ຳ, ດິນ ​ແລະ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ​ແມ່ນ​ຄວາມ​ຕ້ອງການ​ທີ່​ພື້ນຖານ​ທີ່​ສຸດ​ໃນ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ, ກໍ​ແມ່ນ​ບັນຫາ ພື້ນຖານ​ທີ່​ສຸດ​ທີ່​ປະຊາຊົນ​ເອົາ​ໃຈ​ໃສ່. ນັບ​ແຕ່​ຕົ້ນປີ​ນີ້​ມາ, ລັດຖະບານ​ໄດ້​ຖື​ເອົາລະ​ບົບມາດຖານ​ດ້ານ​ຄວາມ​ປອດ​ໄພ​ຂອງ​ສະບຽງ​ອາຫານ​ແລະ​ຢຸກຢາ, ລະບົບ​ຕິດຕາມ​ກວດກາ ​ແລະ​ລະບົບ​ສິນ​ເຊື່ອ​ເປັນ​ຈຸດ​ສຳຄັນ, ສ້າງຕັ້ງລະບຽບ​ການ​ຕິດຕາມ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ແລະ​ຢາ​​ເຊິ່ງປົກ​ຄຸມ​ໄປ​ທຸກໆ​ຂັ້ນຕອນ​ແລະ​ມີ​ຄວາມ​ເຂັ້ມງວດ​ທີ່​ສຸດ; ​ໃນ​ດ້ານ​ອະນຸລັກ​ສະພາບ​ແວດ​ລ້ອມ, ປະຕິບັດ​ການ​ຄວບ​ຄຸມ​ສິ່ງ​ມົນ​ລະ​ພິດ​ຫຼາຍ​ຢ່າງ​ພ້ອມ​ກັນ, ​​ແລະ​ເພີ່ມ​ທະວີ​ການ​ແກ້​ໄຂ​ແຫຼ່ງມົນ​ລະ​ພິດ​ຫຼາຍ​ຢ່າງ​ແບບ​ສັງ​ລວມ.

ຖ້າ​ຢາກ​ປັບປຸງ​ຊີວິດ​ການ​ເປັນຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ, ກໍ​ຕ້ອງ​ດຳ​ເນີນ​ການ​ປະຕິ​ຮູບ, ບູລະນະ​ໂຄງ​ປະກອບ​ແລະ​ກົນ​ໄກ​ໃຫ້​ສົມບູນ​ຂຶ້ນ, ສ້າງ​ສະພາບ​ແວດ​ລ້ອມ​ທາງສັງຄົມ​ທີ່​ມີ​ຄວາມ​ຍຸດຕິ​ທຳ​ໃນ​ດ້ານ​ສິດ, ​ໂອກາດ​ ​ແລະ​ກະຕິ​ກາ. ທັງ​ນີ້​ກໍ​ແມ່ນ​ວຽກ​ງານ​ຈຸດ​ສຸມ​ຂອງ​ພັກ​ແລະ​ລັດ​ນັບ​ແຕ່​ກອງປະຊຸມ​ໃຫຍ່​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 18 ​ເ​ປັນ​ຕົ້ນມາ​ເຊັ່ນ​ດຽວ​ກັນ.

​ໃນ​ດ້ານ​ການ​​ເບິ່ງ​ແຍງລ້ຽງດູ​ຜູ້​ເຖົ້າ, ປີ​ນີ້ ລັດຖະບານ​ຈີນ​ໄດ້​ເຜີ​ຍ​ແຜ່​ "ບາງຄວາມ​ເຫັນ ກ່ຽວ​ກັບການ​ເລັ່ງລັດ​ພັດທະນາ​ຂະ​ແໜງ​ການ​ບໍລິການດ້ານ​ການ​ລ້ຽງດູ​ຜູ້​ເຖົ້າ", ​ໂດຍ​ສະ​ເໜີ​ວ່າ ຕ້ອງ​ຜ່ານ​ການ​ປ່ອຍ​ສິດ​ໃຫ້​ທ້ອງ​ຖິ່ນ, ປະດິດ​ສ້າງ​ໂຄງ​ປະກອບ​ແລະ​ກົນ​ໄກ​ໃໝ່, ກະຕຸກ​ຄວາມ​ມີ​ຊີວິດ​ຊີວາ​ຂອງ​ສັງຄົມ, ຄ່ອຍໆ​ເຮັດ​ໃຫ້​ກຳລັງ​ໃນ​ສັງຄົມ​ກາຍ​ເປັນ​ກຳ​ລັງ​ຕົ້ນຕໍ​ໃນ​ການ​ພັດທະນາ​ຂະ​ແໜງ​ການ​ບໍລິການດ້ານ​ການ​ລ້ຽງດູ​ຜູ້​ເຖົ້າ.

ຈີນ​ຈະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນດ້ວຍ​ການ​ພັດທະນາ​ເສດຖະກິດ, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ດ້ວຍ​ການ​ປະຕິ​ຮູບ​ແລະ​ຫົວຄິດ​ປະດິດ​ສ້າງ, ​ແລະ​ສ້າງ​ຊີວິດ​ອັນ​ຈົບງາມ​ດ້ວຍ​ຄວາມ​ກ້າວໜ້າ​ທາງ​ສັງຄົມ. ປະຊາຊົນ​ເຊື່ອ​ວ່າ, ຄຽງ​ຄູ່​ກັບ​ກຳລັງ​ສັງ​ລວມ​ແຫ່ງ​ຊາດຈີນ​ເພີ່ມ​ທະວີ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ, ບັນຫາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ ຍ່ອມ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ຈາກ​ລະດັບ​ທີ່​ສູງ​ກວ່າ​ເກົ່າ, ປະຊາຊົນ​ນັບ​ມື້​ຫຼາຍ ຈະ​ໄດ້​ແບ່ງປັນ​ໝາກຜົນ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​​ໄດ້ດີກ​ວ່າ​ເກົ່າ.