ຈັດການ​ເຈລະຈາ​ຮອບ​ທີ 2 ກ່ຽວ​ກັບ​ສັນຍາ​ກາ​ນຄ້າ​ເສລີ​ອາ​ເມລິ​ກາ-ເອີລົບ

(GMT+08:00) 2013-11-12 18:06:06     cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 11 ພະຈິກ​ນີ້ ຢູ່​ທີ່​ບຣຸກ​ແຊນ ສະຫະພາບ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ໄດ້​ດຳ​ເນີນ​ການ​ເຈລະຈາ​ຮອບ​ທີ 2 ກ່ຽວ​ກັບ "ສົນທິສັນຍາ​ວ່າ​ດ້ວຍ​ການ​ພົວພັນ​ໝູ່ຄູ່​​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ​ຂ້າມ​ມະຫາ​ສະໝຸດ​ອັດ​ລັງ​ຕິກ".

ການ​ເຈລະຈາ​ຮອບ​ນີ້​ໄດ້​ປະສົບ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ນາໆ, ກ່ອນ​ອື່ນ​ແມ່ນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ຢຸດຕິ​ເຮັດ​ວຽກ​ຂອງ​ລັດຖະບານ​ອາ​ເມ​ລິ​ກາ​ໃນ​ເດືອນ​ຕຸລາຜ່ານ​ມາ, ​ເຮັດ​ໃຫ້ການ​​ເຈລະຈາ​ຖືກ​ບັງຄັບ​ເລື່ອນ​ເວລາ, ​ເຫດການ​ທີ່​ອາ​ເມ​ລິ​ກາຕິດຕາມ​ລັກ​ຟັງ​ໂທລະສັບ​ຂອງ​ບຸກຄົນ​ສຳຄັນ​ດ້ານ​ການ​ເມືອງ​ແລະ​ປະຊາຊົນ​ຂອງ​ເອີ​ລົບ​ທີ່ຖືກ​ເປີດ​ເຜີຍໃນ​ທ້າຍ​ເດືອນ​ຕຸລາຜ່ານ​ມາ​ນັ້ນ​ ເຮັດ​ໃຫ້​ຂະ​ບວນການ​ເຈລະຈາ​ມີ​ຄວາມ​ບໍ່​ແນ່ນອນ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ ທ່ານ​ນາງ​ວີ​ວີ​ອາ​ເນ ​ເຣດິງ ກຳມະການ​ທີ່​ຮັບຜິດຊອບ​ວຽກ​ງານ​ຕຸລາການ, ສິດທິ​ມະນຸດ​ແລະ​ປະຊາຊົນ​ຂອງ​ຄະນະ​ກຳມະການ​ສະຫະພາບ​ເອີ​ລົບ​ໄດ້​ຕຳນິອາ​ເມ​ລິ​ກາ​ຢ່າງ​ເປີດ​ເຜີຍ​ວ່າ, ການ​ຕິດຕາມລັກ​ຟັງ​ທີ່​ແນ​ໃສ່​ເອີ​ລົບຂອງ​ອາ​ເມ​ລິ​ກາ​ໄດ້​ທຳລາຍ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຂ້າມ​ມະຫາ​ສະໝຸດ​ອັດ​ລັງ​ຕິກ. ນາງ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຈົ່ງ​ເພີ່ມ​ທະວີ​ກາ​ນສ້າງ​ກົດໝາຍ​ກ່ຽວ​ກັບ​ສິດ​ສ່ວນ​ຕົວ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຄືນ​ໃໝ່, ຖ້າ​ບໍ່​ດັ່ງນັ້ນ ການ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍ​ອາດ​ຈະ​ໄດ້​ຮັບ​ຜົນ​ສະທ້ອນ.