ພັກຝ່າຍ​ຄ້ານ​ຂອງ​ໄທ​ຮຽກຮ້ອງ​ໃຫ້​ທົ່ວ​ປະ​ເທດຈົ່ງ​ຢຸດງານ​ເພື່ອ​ຮຽກຮ້ອງ​ໃຫ້​ຍົກ​ເລີກຮ່າງ​ພາຣາຊະ​ບັນຍັດ​ນີລະ​ໂທດກຳ

(GMT+08:00) 2013-11-13 16:43:36     cri
ຕາມ​ຂ່າວCRI: ພັກ​ຝ່າຍ​ຄ້ານຂອງ​ໄທຮຽກຮ້ອງ​ທົ່ວ​ປະ​ເທດ​ຢຸດ​ງານ​ແຕ່ວັນ​ທີ 13 ພະຈິກ​ນີ້​ເປັນ​ຕົ້ນ​ໄປ​ເປັນ​ເວລາສາມ​ວັນ,​ ເພື່ອ​ບັງຄັບ​ໃຫ້​ລັດຖະບານ​ຍົກ​ເລີກຮ່າງ​ພາຣາຊະ​ບັນຍັດ​ນີລະ​ໂທດກຳ​ຢ່າງ​ເຖິງ​ຖອງ.

ວັນ​ທີ 11 ພະຈິກ​ນີ້, ວຸດ​ທິສະພາຂອງ​ໄທ​ໄດ້​ອະພິປາຍ​ເປັນ​ເວລາ 12 ຊົ່ວ​ໂມງ​ຕໍ່​ຮ່າງ​ພາຣາຊະ​ບັນຍັດ​ນີລະ​ໂທດກຳ​, ມີ​ສະມາຊິກ 149 ຄົນ​ເຂົ້າຮ່ວມ​ແຕ່​ມີຈຳນວນ​ 141 ຄົນ​ປ່ອນ​ບັດ​ຄັດຄ້ານ​ຕໍ່​ຮ່າງ​ພາຣາຊະ​ບັນຍັດສະບັບນີ້. ອາທິດ​ແລ້ວ​ນີ້, ທ່ານ​ນາງ​ຍິ່ງລັກ ຊິນ​ນະ​ວັດ, ນາຍົກລັດຖະມົນຕີ​ໄທ​ກໍ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ວ່າ, ຖ້າວ່າ​ວຸດ​ທິສະພາ​ປະຕິ​ເສດ, ທ່ານ​ນາງ​ກໍ​ຈະຮ່າງ​ຖອນ​ພາຣາຊະ​ບັນຍັດ​ສະບັບ​ນີ້ໃນ​ທັນທີ. ​ແຕ່ຫົວໜ້າ​ພັກ​ປະຊາ​ທິປັດ​ທີ່​ນຳພາ​ການ​ປະ​ທ້ວງ​ເພື່ອ​ຄັດຄ້ານ​ແລະ​ບໍ່​ຍອມຮັບ, ທ່ານ​ສຸ​ເທບ ​ເທືອ​ກ​ສຸບັນ, ອະດີດຮອງ​ນາຍົກລັດຖະມົນຕີ​ໄທ​ໄດ້ຮຽກຮ້ອງ​ທົ່ວ​ປະ​ເທດ​​ໃຫ້​ຢຸດ​ງານ​ເປັນ​ເວລາສາມ​ວັນ​ຊຶ່ງ​ເລີ່​ມ​ແຕ່​ວັນ​ທີ 13 ພະຈິກ​ນີ້​ເປັນຕົ້ນ​ໄປ​ແລະ​ຢຸດການ​ເສຍພາສີ​ອາກອນ​ໃຫ້​ລັດ.​

ໃນ​ວັນ​ຈັນຜ່ານ​ມາ ສານ​​ໂລກ​ໄດ້ທຳ​ການ​ຕັດສິນຄະດີ​ຕໍ່​ທີ່​ດິນຢູ່​ອ້ອມ​ຂ້າງ​ວັດ​ບູຮານ​ທີ່ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ​ໄທ​ກັບ​ກຳ​ປູ​ເຈຍນັ້ນບໍ່​ໄດ້​ມີ​ຜົນ​ດີ​ຫຼາຍຕໍ່​ໄທ,ພັກ​ປະຊາທິປັດ​ຂອງ​ໄທຢາກ​ປຸກລະດົມ​ມວນ​ຊົນທີ່​ບໍ່ພໍ​ໃຈ​ໃນ​ບັນຍາກາດ​ປະຈຸ​ບັນ, ​ໂດຍ​ໄດ້ຮຽກຮ້ອງ​ປະຊາຊົນ​ໄທ​ໃຫ້​ໄປ​ແຫ່​ຂະ​ບວນ​​ໄປ​ປະ​ທ້ວງ​ຕໍ່​ລັດຖະບານ​ໃຫ້​ຫຼາຍ​ກວ່າ​ເກົ່າ.