ຮອງ​ນາຍົກ​ລາວ​ຊົມ​ງານ​ວາງສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ມິດຕະພາບ​ຈີນ​ລາວ

(GMT+08:00) 2013-11-13 17:41:48     cri

ຕາມ​ຂ່າວCRI: ວັນ​ທີ 11 ພະຈິກ​ນີ້, ​ໃນ​ພິທີ​ໄຂ​ງານ​ຕະຫຼາດນັດບຸນ​ທາດຫຼວງ ຊຶ່ງ​ເປັນ​ວັນ​ບຸນ​ປະ​​ເພນີຂອງ​ລາວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ, ທ່ານ​ອາຊາງ ລາ​ວລີ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​,ຮອງ​ນາຍົກລັດຖະມົນຕີຂອງ​ລາວພ້ອມ​ດ້ວຍ​ຜູ້ນຳ​ທ່ານອື່ນໆ​ໃນ​ລັດຖະບານ​ໄປ​ຊົມ​ງານ​ວາງສະ​ແດງ​ຮູບ​ພາບ​ມິດຕະພາບ​ຈີນ​ລາວ.​

ງານ​ວາງສະ​ແດງ​ຮູບ​ພາບ​ມິດຕະພາບ​ຈີນ​ລາວ​ແມ່ນ​ຈັດ​ໂດຍ​ສະຖານທູດ​ຈີນ​ປະຈຳ​ລາວ, ສະ​ຖາ​ບັນ​ຂົງຈື້ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ເປັນ​ຜູ້​ຮັບ​ເໝົາ​ຈັດ​ງານວາງສະ​ແດງ​ແຕ່​ວັນ​ທີ 11-13 ພະຈິກນີ້. ​ງານ​ວາງສະ​ແດງຄັ້ງນີ້​ມີ​ສາມ​ຫົວ​ຂໍ້​ຄື: ການ​ຮ່ວມ​ມື​ທາງ​ການ​ຕ່າງປະ​ເທດ​ລະຫວ່າງ​ຈີນ​ກັບ​ລາວ, ການ​ແລກປ່ຽນທາງ​ດ້ານວັດທະນະທຳ​ແລະ​ການ​ສຶກສາ,​ ​ແລະ​ກິດຈະ​ກຳ​ຕ່າງໆ​ເພື່ອ​ເຜີຍ​ແຜ່​ວັດທະນະທຳການ​ສຶກສາຂອງ​ສະ​ຖາ​ບັນ​ຂົງຈື້, ຕົ້ນຕໍ​ແມ່ນຮູບພາບ, ​ພາບສະ​ໄລ, ຟິມ​ໂຄສະ​ນາ​ວັດທະນະທຳ ​ແລະ​ເຄື່ອງ​ອື່ນໆ. ​ໃນ​ຂະນະ​ໂຄສະນາ​ວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ​ທີ່​ອຸດົມສົມບູນ​ຂອງ​ຈີນ, ກໍ​ສະ​ແດງ​ໃຫ້​ເຫັນ​ສະ​ເໜ່ຂອງ​ຈີນ​ຍຸກ​ປັດຈຸບັນ.