ສຳນັກງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ປະຈຳ​ຮົງ​ກົງກ່າວ​ວ່າ, ຄັດຄ້ານ​ບຸກຄົນ​ຕ່າງປະ​ເທດ​ຊີ້​ຕີນ​ຊີ້​ມືຕໍ່ວຽກ​ງານ​ພາຍ​ໃນ​ຂອງ​ຮົງ​ກົງ

(GMT+08:00) 2013-11-13 19:52:23     cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 13 ພະຈິກ​ນີ້, ​​ໂຄສົກ​ສຳນັກງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນປະຈຳ​ຮົງ​ກົງ​ກ່າວ​ວ່າ, ​ເມື່ອ​ຮົງ​ກົງ​ກັບຄືນ​ສູ່​ປະ​ເທດຊາ​ດ​ເປັນ​ເວລາ 16 ປີ​ມາ​ນີ້, ​ໄດ້​ຈັດຕັ້ງປະຕິບັດ​ທິດ​ທາງ "​ປະ​ເທດໜຶ່ງ​ມີ​ສອງ​ລະບອບ, ​ໃຫ້ຊາວ​ຮົງ​ກົງ​ປົກຄອງ​ຮົງ​ກົງ ​ແລະ​ປົກ​ຄອງ​ຕົນ​ເອງ​ໃນ​ລະດັບສູງ" ຢູ່​ຮົງ​ກົງ​ຢ່າງ​ສຳ​ເລັດ​ຜົນ, ປະຊາຊົນ​ຮົງ​ກົງ​ມີສິດແລະ​ເສລີພາບ​ຕ່າງໆ​ຕາມ​ກົດໝາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ປະຊາ​ຄົມ​ໂລກ​ແມ່ນ​ໄດ້​​ເຫັນ​ຢ່າງ​ຈະ​ແຈ້ງແລ້ວ, ພ້ອມ​ກັນນັ້ນ ບັນຫາການ​ພັດທະນາລະບອບການ​ເມືອງ​ຂອງ​ຮົງ​ກົງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຮົງ​ກົງ, ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ​ເດັດດ່ຽວ​ຄັດຄ້ານ​ບຸກຄົນ​ຕ່າງປະ​ເທດ​ຊີ້​ຕີນ​ຊີ້​ມື​ຕໍ່​ເລື່ອງ​ນີ້.