ສິງກະໂປຊ່ວຍເຫຼືອວິສາຫະກິດຂະໜາດກາງແລະນ້ອຍຂອງປະເທດຕົນ​ເພື່ອບຸກເບີກຕະຫຼາດຈີນ

(GMT+08:00) 2013-11-13 16:01:18     cri
ຕາມຂ່າວCRI: ວັນທີ 12 ພະຈິກນີ້, ກົມ​ພັດທະນາ​ວິ​ສາ​ຫະກິດ​ສາກົນ​ສິງກະ​ໂປ​ແລະ​ສະມາຄົມ​​ໃຫຍ່ການ​ຄ້າ​ຈີນ​ສິງກະ​ໂປ​ໄດ້​ຈັດ​ເວທີ​ປຶກສາ​ຫາລື​ການ​ຄ້າ​ສິງກະ​ໂປ​ຈີນຂຶ້ນ, ​ແລະ​ຈັດ​ພິທີ​ເປີດ​ປ້າຍ​ຂອງ​ສູນ​ວິ​ສາ​ຫະກິດ​ສິງກະ​ໂປ​ທີ່​ຕັ້ງ​ຢູ່​ນະຄອນ​ຊຽງ​ໄຮ.

​ປີ 2010 ຜ່ານ​ມາສູນ​ວິ​ສາ​ຫະກິດ​ສິງ​ກະ​ໂປ​ເຄີຍ​ເປັນ​ສຳນັກງານຕົ​ວ​ແທນ​ຂອງ​ສະມາ​ຄົນ​ໃຫຍ່​ການ​ຄ້າ​ຈີນທີ່​ຕັ້ງ​ຢູ່​ນະຄອນ​ຊຽງ​ໄຮ້​. ພາຍ​ໃ​ຕ້ຂອບ​ການ​ຮ່ວມ​ມື​ລະຫວ່າງ​ກົມ​ພັດທະນາ​ວິ​ສາ​ຫະກິດ​ສາກົນ​ສິງກະ​ໂປ​ແລະ​ສະມາຄົມ​ໃຫຍ່​ການ​ຄ້າ​ຈີນ​ສິງກະ​ໂປ, ສູນວິ​ສາ​ຫະກິດ​ສິງກະ​ໂປ​ໄດ້​ເຕົ້າ​ໂຮມຊັບພະຍາກອນ​ຂອງ​ລັດຖະບານ​ແລະ​ຂອງ​ສະມາຄົມ​ການ​ຄ້າ​ຂອງວິ​ສາ​ຫະກິດ​​, ​ໃຫ້ການ​ສະໜັບສະໜູນ​​ແກ່​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ສິງກະ​ໂປ​​ໃຫ້​ຫຼາຍ​ກວ່າ​ເກົ່າ​​ເພື່ອ​ບຸກ​ເບີກ​ຕະຫຼາດ​ຈີນ.