ພາຍຸ​ຝຸ່ນ "​ໄຮ​ຢ້ຽນ" ​ເຮັດ​ໃຫ້​ມີ 11 ຄົນ​ເສຍ​ຊີວິ​ແລະ​ຫາຍ​ສາບ​ສູນຢູ່3​ແຂວງມີ300 ກວ່າລ້ານ​ຄົນ​ປະສົບ​ໄພ

(GMT+08:00) 2013-11-13 17:12:06     cri
ຕາມ​ຂ່າວCRI: ວັນ​ທີ 12 ພະຈິກ​ນີ້, ຫ້ອງການ​ບັນ​ເທົາ​ໄພ​ພິບັດແຫ່ງ​ຊາດ​ຈີນ​ແຈ້ງ​ຂ່າວ​ວ່າ, ພາຍຸໃຕ້​ຝຸ່ນ "​ໄຮ​ຢ້ຽນ" ​ໄດ້​ເຮັດ​ໃຫ້​ມີ 3 ລ້ານ 1​ ​ແສນ 3 ໝື່ນ 3 ພັນ​ຄົນ​ຢູ່​ແຂວງ​​ໄຫ​ຫຼຳ, ​​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ແລະ​ແຂວງ​ກວາງ​ຕຸ້ງ​ປະສົບ​ໄພ, ມີ 7 ຄົນ​ເສຍ​ຊີວິດ, 4 ຄົນ​ຫາຍ​ສາບ​ສູນ, 1 ​ແສນ 8 ໝື່ນ​ 2 ພັນ​ຄົນ​ໄດ້​ຍົກຍ້າຍ​ໄປ​ຢູ່​ບ່ອນ​ປອດ​ໄພຢ່າງ​ຮີບ​ດ່ວນ.