ເຂດ​ການ​ຄ້າ​​ເສລີ​ຊຽງ​ໄຮ​ດຳ​ເນີນ​ຢ່າງ​ໝັ້ນ​ທ່ຽງ ຈະ​ມີ​ໂອກາດ​ການ​ພັດທະນາ​ທີ່​ໃຫຍ່​ກວ່າ​ເກົ່າ​ໃນ​ອະນາຄົດ

(GMT+08:00) 2013-11-13 18:20:42     cri
ຕາມ​ຂ່າວCRI: ​ນັບ​ແຕ່​ເຂດ​ການ​ຄ້າ​​ເສລີ​ຊຽງ​ໄຮ​ເປີດ​​ປ້າຍ​ເປັນ​ເວລາ 1 ​ເດືອນ​ເປັນ​ຕົ້ນ​ມາ, ລະບອບ​ບຽບ​ຄຸ້ມ​ຄອງດ້ານ​ການ​ລົງທຶນ​ໄດ້​ຮັບ​ການ​ປະຕິບັດຕົວ​ຈິງ, ​ການ​ຄຸ້ມ​ຄອງ​ບັນຊີ​ດ້ານ​ລົບ​ໄດ້​​ເລີ່​ມມີ​ປະສິດທິ​ຜົນ. ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ສະ​ເໜີ​ໃຫ້​​ເລັ່ງລັດການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​​, ​ທັງ​ນີ້ໄດ້​ເພີ່ມຄວາມ​ໝັ້ນ​ໃຈ​ແລະ​ກຳລັງ​ແຮງ​ເຂົ້າ​ໃນ​ການ​​ເລັ່ງລັດ​ການ​ພັດທະນາ​ເຂດ​ການ​ຄ້າ​ເສລີ​ຊຽງ​ໄຮ.

ນັບ​ແຕ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ເປັນ​ເວລາ 1 ​ເດືອນປາຍ​ເປັນ​ຕົ້ນ​ມາ, ​ເຂດ​ການ​ຄ້າ​ເສລີ​ຊຽງ​ໄຮ​ໄດ້​ດຶງ​ດູດ​ວິ​ສາ​ຫະກິດ 280 ກວ່າ​ແຫ່ງ, ​ເຊິ່ງ​ໃນ​ນັ້ນມີ​ວິ​ສາ​ຫະກິດ​ 258​ ​ແຫ່ງ, ສ່ວນ​ຫຼາຍ​ແມ່ນ​ວິ​ສາ​ຫະກິດ​ດ້ານ​ການບໍລິ​ການ​ແລະການ​ຄ້າ, ມີ​ວິ​ສາ​ຫະກິດ​ທຶນ​ຕ່າງປະ​ເທດ 22 ​ແຫ່ງ, ສະ​ເລ່ຍ​ແລ້ວ​ມີ​ເງິນ​ທຶນ​ຈົດ​ທະບຽນ 25 ລ້ານ​ໂດ​ລາ, ​ແມ່ນ 7 ​ເທົ່າ​ຂອງ​​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້. ພ້ອມ​ກັນ​ນັ້ນ, ​ເຂດ​ການ​ຄ້າ​ເສລີ​ຊຽງ​ໄຮ​ໄດ້​ສະໜອງ​ຊ່ອງ​ຫວ່າງ​ຢ່າງ​ກວ້າງຂວາງ​ແລະ​ໂອກາດທີ່​ຫາ​ຍາກ​ໃຫ້​​ແກ່​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ​ວັດທະນະທຳ.