ພາຍຸໃຕ້​ຝຸ່ນ "​ໄຮ​ຢ້ຽນ"​ເຮັດ​ໃຫ້​ປະຊາຊົນ​ຟີ​ລິບ​ປິນ​ 2275 ຄົນ​ເສຍ​ຊີວິດ​

(GMT+08:00) 2013-11-13 18:22:42     cri
ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ 13 ພະຈິກ​ນີ້, ທ່ານ​ອາ​ເບີດ ​ເດ​ວ ​ໂຣຊາຣີໂອ, ຫົວໜ້າ​ຄະນະ​ກຳມະການ​ບັນ​ເທົາ​ໄພ​ແຫ່ງ​ຊາດ​ຟີ​ລິບ​ປີນ​ກ່າວ​ວ່າ, ​ມາ​ຮອດ​ເວລາ 14 ​ໂມງ​ຂອງ​ວັນ​ທີ 13 ພະຈິກ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ພາຍຸ​ໃຕ້​ຝຸ່ນ "​ໄຮ​ຢ້ຽນ"​ໄດ້​ເຮັດ​ໃຫ້​ມີ​ປະຊາຊົນ​ຟີ​ລິບ​ປີນ​ 2275 ຄົນ​ເສຍ​ຊີວິດ​ເປັນ​ຢ່າງ​ໜ້ອຍ 3665 ຄົນ​ບາດ​ເຈັບ, 80 ຄົນ​ຫາຍ​ສາບ​ສູນ.