ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ສະ​ແດງ​ຄວາມ​​ເຫັນ​ໃຈຕໍ່​ປະຊາຊົນ​ຟີ​ລິບ​ປິນທີ່​ໄດ້​ປະສົບ​ໄພ​ພາຍຸ​ໃຕ້​ຝຸ່ນ​ຮຸນ​ແຮງ

(GMT+08:00) 2013-11-13 18:35:47     cri
ຕາມ​ຂ່າວCRI: ວັນ​ທີ 13 ພະຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ,ປະທານປະ​ເທດ​ຈີນ​ໄດ້​ສົ່ງ​ໂທລະ​ເລກ​ໄປ​ຍັງ​ທ່ານ​ອາ​ກີ​ໂນ​ສາມ, ປະທານາທິບໍດີ​ຟີ​ລິບ​ປີນ, ​ໂດຍຕາງໜ້າ​ປະຊາຊົນ​ຈີນສະ​ແດງ​ຄວາມ​ເຫັນ​ໃຈຕໍ່​ປະຊາຊົນ​ຟີ​ລິບ​ປິນທີ່​ໄດ້​ປະສົບ​ໄພ​ພາຍຸ​ໃຕ້​ຝຸ່ນ​ຢ່າງ​ຮຸນ​ແຮງ, ມີ​ປະຊາຊົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຢ່າງ​ຫຼວງ​ຫຼາ​ຍ​ແລະ​ຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ຢ່າງ​ໜັກໜ່ວງ, ສະ​ແດງ​ຄວາມ​ໄວ້ອາ​ໄລ​ຢ່າງ​ເລິກ​ເຊິ່ງຕໍ່​ຜູ້​​ເສຍ​ຊີວິດ, ຈົ່ງ​ອວຍ​ພອນ​ໃຫ້​ປະຊາຊົນ​ຟີ​ລິບ​ປິນຈົ່ງ​ເອົາ​ຊະນະ​ໄພພິບັດ​ໂດຍ​ໄວ, ສ້າງ​ບ້ານ​ແປງ​ເມືອງຄືນ​ໃໝ່.