ກະຊວງການຕ່າງປະເທດຈີນກ່າວວ່າ ການ​ພົວພັນ​ຈີນ-ຍີ່ປຸ່ນ​ກໍາລັງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ຢ່າງໜັກໜ່ວງ, ​ແຕ່​ບໍ່​ແມ່ນຝ່າຍ​ຈີນເປັນຜູ້ສ້າງຂຶ້ນ

(GMT+08:00) 2013-11-13 10:57:07     cri

ວັນ​ທີ 12 ພະຈິກ​ນີ້, ທ່ານ​ຊິນ​ກ່າງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ​ວ່າ, ປັດຈຸບັນ​ນີ້, ການ​ພົວພັນ​ຈີນ-ຍີ່ປຸ່ນ​ກໍາລັງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ຢ່າງໜັກໜ່ວງ, ​ແຕ່​ບໍ່​ແມ່ນ​ຝ່າຍ​ຈີນເປັນຜູ້ສ້າງຂຶ້ນ ແລະກໍ​ບໍ່​ແມ່ນ​ສິ່ງທີ່ພວກ​ຂ້າພະ​ເຈົ້າ​​ຢາກ​ເຫັນ.

ຂ່າວ​ແຈ້ງວ່າ, ວັນ​ທີ 11 ພະຈິກ​ນີ້, ທ່ານ​ຢາ​ຊູໂອະ ຟູ​ຄູ​ດາ, ​ອະດີດ​ນາຍົກລັດຖະມົນຕີຍີ່ປຸ່ນ​ໄດ້​ກ່າວ​ປາຖະກະ​ຖາ​ ​ໂດຍ​ໄດ້​ເຕືອນ​ລັດ​ຖະບານ​ຊິນໂຈ ອາເບະ​ໃຫ້​ພະຍາຍາມ​ເພື່ອ​ປັບປຸງ​ການ​ພົວພັນ​ກັບ​ຈີນ​​ແລະ​ສ.​ເກົາຫລີໃຫ້ດີຂຶ້ນ.

ທ່ານ​ຊິນ​ກ່າງ​ກ່າ​ວວ່າ, ຝ່າຍ​ຈີ​ນຫວັງ​ວ່າ ລັດຖະບານ​ຍີ່ປຸ່ນ​ສາມາດຮັບ​ຝັງ​ແລະ​ເອົາ​ໃຈ​ໃສ່ຂໍ້​ສະ​ເໜີ​ທີ່​ຕັ້ງໜ້າ​​ແລະ​ມີ​ລັກສະນະ​ສ້າງສັນຂອງ​ບຸກຄົນ​ທີ່​ມີ​ຄວາມ​ຮູ້ຄວາມສາມາດແລະມີສາຕາເບິ່ງກວ້າງມອງໄກ​ຂອງຍີ່ປຸ່ນ​ ​ແລະ​ຈັດ​ຕັ້ງ​ປະຕິບັດ​ໃນ​ການ​ກະທໍາ​ຕົວ​ຈິງ. ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​ກັບ​ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ຍີ່ປຸ່ນ​ທີ່​ເອົາ​ໃຈ​ໃສ່​ແລະ​ສະໜັບສະ​ໜູນ​ໄມ​ຕີ​ຈິດ​ມິດຕະພາບ​ຈີນ-ຍີ່ປຸ່ນ ທໍາຄວາມພະຍາຍາມ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ແລະ​ພັດ​ທະ​ນາ​ການ​ພົວພັນ​ຈີນ-ຍີ່ປຸ່ນ.