ເວທີປຶກສາຫາລືດ້ານທຸລະກິດຈີນທົ່ວໂລກຄັ້ງທີ 9 ອັດລົງແລ້ວ

(GMT+08:00) 2013-11-13 12:26:05     cri

ວັນທີ 12 ພະຈິກນີ້, ເວທີປຶກສາຫາລືດ້ານທຸລະກິດທົ່ວໂລກຈີນຄັ້ງທີ 9 ທີ່ດໍາເນີນມາເປັນເວລາ 2 ວັນ ໄດ້ອັດລົງຢູ່​ນະຄອນ​ລາ​ໄຮ​ຂອງ​ໂຮ​ນລັງ. ບຸກຄົນ​ດີ​ເດັ່ນ​ດ້ານ​ທຸ​ລະ​ກິດ​ທີ່​ມາ​ຈາກ​ວິ​ສາ​ຫະກິດ​ຫລາຍ​ສິບ​ແຫ່ງ​ຂອງ​ຈີນ​ໄດ້​ຮ່ວມ​ກັບ​ນັກທຸລະກິດ​ແລະ​ນັກວິຊາການ​ທີ່​ມາ​ຈາກ​ຫລາຍ​ປະ​ເທດ​ແລະ​ພາກ​ພື້ນ​​ເຊັ່ນ​ໂຮ​ນລັງ, ​ສະ​ວິສ, ອາ​ເມລິ​ກາ ​ແລະ​ອື່ນໆ, ດໍາ​ເນີນ​ການ​ສົນທະນາ​ຢ່າງ​ເລິກ​ເຊິ່ງ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຕ່າງໆ​ດ້ານ​ເສດຖະກິດ​ຂອງ​ຈີນ ​ແລະ​ເບິ່ງ​ອະນາຄົດ​​ອັນ​ດີ​ງານ​ຂອງເສ​ດຖະກິດ​ຈີນ.

ເວທີປຶກສາຫາລືຄັ້ງ​ນີ້​ຖື​​ເຕັກໂນໂລຊີສິ່ງ​ແວດ​ລ້ອມ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ເປັນ​ຫົວ​ຂໍ້​ຕົ້ນຕໍ, ພ້ອມ​ດຽວ​ກັນ​ນັ້ນ, ​ເອົາ​ໃຈ​ໃສ່​ຫົວ​ຂໍ້​ຕ່າງໆ​ເຊັ່ນ​ການ​ທະນາຄານ, ສະບຽງ​ອາຫານ​ດ້ານ​ກະສິກໍາ​ພາຍ​ໃຕ້​​ເບື້ອງ​ຫລັງ​ການ​ພັດທະນາ​ຂອງ​ການ​ພົວພັນ​ຈີນ-​ເອີຣົບ ​ແລະ​ໄດ້​ປຶ​ກ ​ສາຫາລື​ຫົວ​ຂໍ້​ຕ່າງໆ ​ເຊັ່ນ​ການ​ພັດທະນາຢູ່​ຕ່າງປະ​ເທດ​ຂອງ​ວິ​ສາ​ຫະກິດ​ທີ່​ລົງທຶນ​ໂດຍ​ຈີນ.

ທ່ານ​ຟຣັກ ຣິສ​ເຕີ, ປະທານເວທີປຶກສາຫາລືດ້ານທຸລະກິດຈີນທົ່ວໂລກກ່າວ​ວ່າ, ຈີນ​ຈະ​ກາຍ​ເປັນ​ກໍາລັງ​ຊຸກຍູ້​​ໃໝ່​ຂອງ​​​ໂລກໃນຍຸກໂລກ​າພິວັດ. ພວກ​ຂ້າພະ​​ເຈົ້າ​​ໄດ້ເຊື້ອ​ເຊີນ​ນັກທຸລະກິດ​ຈີນມາ​ເຂົ້າຮ່ວມ​ເວທີປຶກສາຫາລືປີ​ລະ​ຄັ້ງ​​​ແລະພົບ​ປະ​ກັບ​ຄູ່ຮ່ວມມື​ສາກົນ​ຂອງ​ເຂົາ​ເຈົ້າ ​ເພື່ອສະໜັບ​ສະ​ໜູນ​ການ​ພັດທະນາ​ຢູ່​ທົ່ວ​ໂລກ​ຂອງວິ​ສາ​ຫະກິດ​ຈີນ ​ແລະ​ວາງ​ເປົ້າ​ໝາຍ​​ໃຫ້​ແກ່​ຂະ​ບວນການ​ໂລກາ​ພິວັດ​ໃນດ້ານນີ້.