ການ​ສໍາ​ຫລວດ​ປະຊາ​ມະຕິ​ສະບັບ​ຫລ້າສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ ອັດຕາ​ສະໜັບສະໜູນ​ລັດຖະສະພາ​ອາ​ເມ​ລິ​ກາຫລຸດ​ລົງ​ຮອດອັດຕາຕໍ່າ​ສຸດ​ໃນ​ປະຫວັດສາດ

(GMT+08:00) 2013-11-13 12:27:15     cri

ການ​ສໍາ​ຫລວດ​ປະຊາ​ມະຕິ​ສະບັບໜຶ່ງ​ທີ່​ບໍລິສັດ The Gallup ທີ່​ເປັນ​​ອົງການ​​ສໍາ​ຫລວດ​ປະຊາ​ມະຕິທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາເປີດ​​ເຜີຍ​ໃນວັນ​ທີ 12 ພະຈິກ​ນີ້​ສະ​ແດງ​ໃຫ້​​ເຫັນ​ວ່າ, ອັດຕາ​ສະໜັບສະໜູນ​ລັດຖະສະພາ​ອາ​ເມ​ລິ​ກາ​ໃນ​ເດືອນ​ນີ້​​ໄດ້​ຫລຸດລົງ​ຮອດ 9% ​ເຊິ່ງ​ໄດ້​ສ້າງ​ສະຖິຕິ​ຕໍ່າ​ສຸດ​ນັບ​ແຕ່​ບໍລິສັດ The Gallup ດໍາ​ເນີນ​ການ​ສໍາ​ຫລວດ​ປະຊາ​ມະຕິ​​ໃນ​ລັກສະນະນີ້​ເປັນ​ຕົ້ນ​ມາ.

​ບໍລິສັດ The Gallup ​ເຫັນ​ວ່າ, ສາ​ເຫດ​ຕົ້ນຕໍ​ຂອງອັດຕາ​ສະໜັບສະໜູນ​ລັດຖະສະພາ​ອາ​ເມ​ລິ​ກາ​ໃນ​ເດືອນ​ນີ້ຫລຸດ​ລົງ​ຮອດອັດຕາຕໍ່າ​ສຸດ​ໃນ​ປະຫວັດສາດ​ແມ່ນ​​ເຫດການ​ປິດ​ປະຕູ​ຂອງ​ລັດຖະບາ​ນອາ​ເມ​ລິ​ກາ​ໃນ​ເດືອນ​​ແລ້ວ​ນີ້. ​ເດືອນ​ຕຸລາ​​ແລ້ວ​ນີ້, ສອງ​ພັກ​ພາຍ​ໃນ​ລັດຖະສະພາ​ອາ​ເມ​ລິ​ກາ ຄື​ພັກ​ປະຊາທິປະ​ໄຕ​ກັບພັກສາ​ທາ​ລະນະ​ລັດ​ໄດ້​ເກີດ​ການ​ຂັດ​ແຍ້​ງ​ກັນຢ່າງ​ຮຸນ​ແຮງ​ໂດຍ​ປິ່ນ​ອ້ອມ​ງົບປະ​ມານ​​ການ​ເງິນໃນ​ສົກ​ງົບປະມານ 2014 ​ແລະ​ບັນຫາ​ການປະຕິ​ຮູບ​ດ້ານ​ສາທາລະນະ​ສຸກຂອງ​ທ່ານ​ໂອ​ບາ​ມາ ​ເຊິ່ງ​ໄດ້​ເຮັດ​ໃຫ້​ໜ່ວຍ​ງານ​ທີ່​ບໍ່​ສໍາຄັນຂອງ​ລັດຖະບານ​ອາ​ເມ​ລິ​ກາ​ປິດ​ປະຕູ​ເຖິງ 16 ມື້ ​ແລະ​ເຮັດ​ໃຫ້​ປະຊາຊົນ​ອາ​ເມ​ລິ​ກາ​ເກີດ​ຄວາມ​ບໍ່ພໍ​ໃຈ​ຕໍ່​ການ​ຕໍ່ສູ້​ດ້ານ​ການ​ເມືອ​ງພາຍ​ໃນ​ລັດຖະສະພາ.