ບົດ​ນຳ​ຂອງ​ໜັງສືພິມ​ປະຊາຊົນ​ລາຍ​ວັນ: ​ໃຫ້​ຜືນ​ທຸງ​ແຫ່ງ​ການ​ປະຕິ​ຮູບ​ປິ່ວສະ​ບັດ​ບົນ​ເສັ້ນທາງ​ເດີນ​ຂອງ​ຈີນ

(GMT+08:00) 2013-11-13 16:05:12     cri
ໜັງສືພິມ​ປະຊາຊົນ​ລາຍ​ວັນ​ຫຼື​ເຢີ​ນມິນ​ຢື້​ນປ້າວ ​ເຊິ່ງ​ເປັນ​ສຽງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ບັບວັນ​ທີ 13 ພະຈິກ​ນີ້​ ໄດ້ພິມ​ບົດ​ນຳ​ເລື່ອງ "​ໃຫ້​ຜືນ​ທຸງ​ແຫ່ງ​ການ​ປະຕິ​ຮູບ​ປິ່ວສະ​ບັດ​ບົນ​​ເສັ້ນທາງ​​ເດີນຂອງ​ຈີນ" ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 3 ສະ​ໄໝ​ທີ 18 ໄດ້ອັດລົງໃນຫວ່າງ ກ່ອນ​ນີ້​ບໍ່​ດົນ. ​ບົດ​ນຳ​ໄດ້​ຊີ້​ອອກ​ວ່າ, ​ໃນ​ທ່າມກາງ​ສາຍຕາ​ແລະ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ຈີນ​ນັບ​ເປັນ​ຮ້ອຍ​ລ້ານ​ຄົນ, ກອງ​ປະຊຸມ​ຄົບ​ຄະນະ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 3 ສະ​ໄໝ​ທີ 18 ​ໄດ້​ອັດ​ລົງ​ແລ້ວ​ດ້ວຍ​ຜົນສຳ​ເລັດ​ອັນ​ສະຫງ່າ​ງາມ. ຈາກ​ນັ້ນ ການ​ປະຕິ​ຮູບ​ຂອງ​ຈີນ​ກໍ​ໄດ້​ເລີ່ມຕົ້ນ​ໃໝ່​ໃນ​ປະຫວັດສາດ.

ບົດ​ນຳ​ເຫັນ​ວ່າ, ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ​ກອງ​ປະຊຸມ​ທີ່​ສຳຄັນ​ຄັ້ງໜຶ່ງ​ທີ່​ໄຂ​ຂຶ້ນ​ໃນ​ເວລາ​ທີ່​ສຳຄັນ​ອັນ​ໃໝ່​ແຫ່ງ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ, ​ເຊິ່ງ​ເປັນການ​ຄັດ​ເລືອກ​ທີ່​ສຳຄັນ​ໃນ​ການ​ຕັດສິນ​ຊາຕາກຳ​ຂອງ​ຈີນ​ໃນ​ຍຸກ​ປັດຈຸບັນ. ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງນີ້​ໄດ້​ຮັບຮອງ "ຂໍ້​ຕົກລົງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່ຽວ​ກັບ​ບາງ​ບັນຫາ​ສຳຄັນ​ໃນ​ການ​ລົງ​ເລິກ​ປະຕິ​ຮູບ​ຢ່າງຮອບດ້ານ", ​ໄດ້​ຄົ້ນຄວ້າ​ບັນຫາ​​ໃຫຍ່​ຫຼວງທາງ​ດ້ານ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ໃນ​ການ​ປະຕິ​ຮູບ, ການ​ພັດທະ ນາ​ແລະ​ຄວາມ​ສະຫງົບ​ຂອງ​ຈີນ, ​ໄດ້​ບັນຍາ​ຍຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ແລະ​ທິດ​ຂະຫຍາຍ​ໃນ​ອະນາຄົດ​ຂອງ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ​ໄດ້​ສະ​ເໜີ​ແນວ​ຄິດ​ຊີ້​ນຳ, ໜ້າ​ທີ່​ເປົ້າໝາຍ, ຫຼັກການ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ລົງ​ເລິກ​ການ​ປະຕິຮູບ​ຢ່າງຮອບດ້ານ, ​ໄດ້​ວາງ​ແຜນການ​ໃໝ່​ແຫ່ງ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ​ໄດ້​ຈັດ​ວາງ​ຍຸດ​ທະ​ສາດ​ຈຸດ​ສຸມ, ການຈັດ​ລຽງ, ​ທິດ​ທາງຕົ້ນຕໍ, ກົນ​ໄກ​ເຮັດ​ວຽກ, ຮູບ​ການ​ແລະ​ຕາຕະລາງ​ເວລາ​ຂອງ​ການ​ຈັດຕັ້ງປະຕິບັດ​ ​ແລະ​ແຜນການ​ລວມ, ​ໄດ້​ເຕົ້າ​ໂຮມ​ແນວ​ຄິດ​ໃໝ່, ຂໍ້​ສະຫຼຸບ​ໃໝ່, ມາດ​ຕະການ​ໃໝ່​ຂອງ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ​ໄດ້​ມີ​ການ​ບຸກ ທະລຸອັນ​ໃຫຍ່​ຫຼວງ​ຕ່າງໆ​ໃນ​ດ້ານ​ທິດ​ສະ​ດີ​ແລະ​ນະ​ໂຍບາຍ​ແຫ່ງ​ການ​ປະຕິ​ຮູບ, ​ແມ່ນ​ຄູ່​ມື​ແບບ​ວິທະຍາສາດ​ແລະ​ໂຄງ​ຮ່າງ​ແຫ່ງ​ການ​ດຳ​ເນີນ​ງານ​ສຳລັບ​ພັກ​ຂອງພວກ​ເຮົາ​ໃນ​ການດຳ​ເນີນ​ການ​ລົງ​ເລິກ​ປະຕິ​ຮູບ​ຢ່າງຮອບດ້ານ​ບົນ​ຈຸດ​ເລີ່​ມຕົ້ນ​ໃໝ່​ໃນ​ປະຫວັດສາດ.

ບົດ​ນຳ​ກ່າວ​​ເນັ້ນວ່າ, "ຂໍ້​ຕົກລົງ" ດັ່ງກ່າວທີ່​ໄດ້​ກຳນົດ​ເປົ້າໝາຍ​ລວມນີ້ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ລັກສະນະ​ອັນ​ແຈ່ມ​ແຈ້ງ​ແລະ​ໜ້າ​ທີ່​ພື້ນຖານ​ຂອງ​ການ​ປະຕິ​ຮູບ.

ບົດ​ນຳ​ຊີ້​ອອກ​ວ່າ,ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ ​ແມ່ນ​ຈຸດ​ສຸມ​ຂອງ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ​ເຊິ່ງມີ​ໃຈກາງ​ຄື: ຕ້ອງ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ລັດຖະບານ​ກັບ​ຕະຫຼາດ​ໃຫ້​ດີ, ​ເຮັດ​ໃຫ້​ຕະຫຼາດສາມາດ​ເສີ​ມຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ຕັດສິນ​ໃນ​ການຈັດ​ສັນ​ຊັບພະຍາກອນ ​ແລະ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ລັດຖະບານ​ໃຫ້​ດີກ​ວ່າ​ເກົ່າ, ນີ້​ແມ່ນ​ທັດສະນະ​ທາງ​ດ້ານ​ທິດ​ສະ​ດີ​ທີ່​ໃຫຍ່​ຫຼວງ ​ເຊິ່ງສະ​ເໜີ​ອອກ​ມາ​ໃນ "ຂໍ້​ຕົກລົງ" ດັ່ງກ່າວ.

ບົດ​ນຳ​ຂຽນ​ວ່າ, ມື້​ທີ່​ສຳ​ເລັດ​ເປົ້າໝາຍ​ທີ່​ກຳນົດ​ໄວ້​ໃນ "ຂໍ້​ຕົກລົງ" ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງທີ 3 ສະ​ໄໝ​ທີ 18 ກໍ​ແມ່ນ​ວັນ​ເວລາ​ທີ່​ສ້າງ​ສັງຄົມ​ທີ່​ອີ່ມ​ໜຳ​ສຳລານ​ໃຫ້​ສຳ​ເລັດ​ຢ່າງຮອບດ້ານ. ​ເມື່ອ​ຮອດ​ເວລາ​ນັ້ນ ​ໂສມ​ໜ້າ​ຂອງ​ຈີນ​ຍ່ອມ​ຈະ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່​​ໃນຄັ້ງປະຫວັດສາດ, ພາລະກິດ​ກ່ຽວ​ກັບ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ຍ່ອມ​ຈະ​ມີ​ອະນາຄົດ​ທີ່​ກວ້າງຂວາງ​ກວ່າ​ເກົ່າ​ຢ່າງ​​ແນ່ນອນ.