ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນປະ​ເທດຂອງ​ສ.​ເກົາຫຼີ​ກັບຍິ່ປຸ່ນພົບ​ປະກັນ​ຢູ່​ເຊ​ອຸ່ນ,ຝ່າຍ​ສ.​ເກົາຫຼີ​ກ່າວ​ວ່າ ​ຝ່າຍ​ຍິ່ປຸ່ນບໍ່​ຄວນສ້າງ​ຄວາມ​ວິຕົກ​ກັງວົນ​ໃຫ້​ປະ​ເທດ​ອ້ອມ​ຂ້າງ

(GMT+08:00) 2013-11-14 18:14:42     cri
ວັນ​ທີ 13 ພະຈິກ​ນີ້, ທ່ານ​ເບັກ​ຊູງ​​ໂຈ, ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​​ປ້ອງ​ກັນ​ປະ​ເທດຂອງ​ສ.​​ເກົາຫຼີ​ໄດ້​ພົບ​ປະ​ກັບ​ທ່ານ​ມະ​ຊະ​ໂນຣິ ນິຊິ, ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​​ປ້ອງ​ກັນ​ປະ​ເທດຂອງຍິ່ປຸ່ນຢູ່​ເຊ​ອຸ່ນ, ທ່ານ​ກ່າວ​ວ່າ, ຍິ່ປຸ່ນບໍ່​ຄວນ​ສ້າງ​ຄວາມ​ວິຕົກ​ກັງວົນ​ໃຫ້​ປະ​ເທດ​ອ້ອມ​ຂ້າງ​ຍ້ອນ​​ໄດ້​ປົດ​ສິດ​ປ້ອງ​ກັນ​ຕົນ​ເອງຮວມໝູ່, ສ.​​ເກົາຫຼີ​ຈະ​ບໍ່​ອົດທົນຕໍ່​ບັນຫາ​ໃດໆທີ່​ມີ​ຜົນ​ສະທ້ອນ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ແຫຼມ​ເກົາຫຼີ​ແລະ​ຕໍ່​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ສ.​ເກົາຫຼີ.

ທ່ານ​ເບັກ​ຊູງ​ໂຈ​ຊີ້​ອອກ​ວ່າ, ນະ​ໂຍບາຍ​ປ້ອງ​ກັນຂອງ​ຍິ່ປຸ່ນ​ແລະ​ການ​ປຶກສາ​ຫາລື​ທີ່​ກ່ຽວຂ້ອງ​ຄວນອີງ​ຕາມ​ນ້ຳ​ໃຈ​ຂອງ​ລັດ​ຖະທຳ​ມະນູນ​ສັນຕິພາບ, ປະກອບ​ສ່ວນ​​ເຂົ້າ​ໃນສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ​ແລະ​ຄວນສຳ​ຫຼວດກວດກາຕົນ​ເອງຄືນຕໍ່​ບັນຫາປະ​ຫວັດ​ສາດ, ກ້າວ​ເດີນ​ໄປ​ສູ່​ທິດ​ຫຼຸດຜ່ອນ​ຄວາມ​ສົງ​ໄສ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ເທື່ອ​ລະ​ກ້າວ. ທ່ານ​ກ່າວ​ເນັ້ນວ່າ,ປັດຈຸບັນ ກ່ອນ​ອື່ນ ຍິ່ປຸ່ນຕ້ອງ​ທຳ​ຄວາມ​ພະຍາຍາມ​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະ​ເທດ​ອ້ອມ​ຂ້າງ.

ທ່ານ​ມະ​ຊະ​ໂນ​ຣິ ນິຊິກ່າວ​ວ່າ, ສອງ​ຝ່າຍ​ຄວນ​ເຊັນ "ສົນທິສັນຍາ​ປ້ອງ​ກັນ​ຂ່າວ​ລັບ​ທາງ​ການ​ທະຫານ​ຂອງ​ສ.​​ເກົາຫຼີ​ກັບ​ຍິ່ປຸ່ນ", ຕໍ່​ເລື່ອງ​ນີ້​ຮອດ​ປັດຈຸບັນ, ລັດຖະບານ​ສ.​ເກົາຫຼີ​ບໍ່​ມີຈຸດປະສົງ​ຢາກ​ຊຸກຍູ້​ການ​ເຊັນ​ອະນຸ​ສັນຍາ​ປ້ອງ​ກັນ​ຂ່າວ​ລັບລະຫວ່າງ​ສ.​ເກົາຫຼີ-ກັບຍິ່ປຸ່ນຄືນ​ໃໝ່​ອີກ.