ສື່​ມວນ​ຊົນ​ຕ່າງປະ​ເທດສົນ​ໃຈຕໍ່​ຕະຫຼາດ​ຈີນທີ່​ຈະ​ຫັນປ່ຽນ​ຮູບ​ການ​ທີ່​ມີ​ລັກສະນະ​ຕັດສິນ

(GMT+08:00) 2013-11-14 19:41:00     cri
ຕາມ​ຂ່າວCRI: ກອງ​ປະຊຸມຄົບ​ຄະນະ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 3 ສະ​ໄໝທີ 18 ທີ່​ຫາ​ກໍ່​ອັດ​ລົງ​ນັ້ນ​ໄດ້ມີການ​ຈັດ​ວາງທີ່​ສຳຄັນກ່ຽວ​ກັບ​ການ​ລົງ​ເລິກ​ປະຕິ​ຮູບ​ຂອງ​ຈີນ​ຢ່າງຮອບດ້ານ, ກອງ​ປະຊຸມ​ຊີ້​ອອກ​ວ່າ, ຕ້ອງລົງ​ເລິກ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ​ໂດຍປິ່ນ​ອ້ອມ​ການ​ເຮັດ​ໃຫ້​ຕະຫຼາດ​ມີ​ບົດບາດ​ຕັດສິນ​ໃນ​ການຈັດສັນ​ຊັບພະຍາກອນ. ​ໃນ​ເສດຖະກິດ​ຈີນ ໜ້າ​ທີ່ຂອງ​ຕະຫຼາດ​ຈະ​ຈາກ​ແບບ​ພື້ນຖານ​ຫັນ​ເປັນ​ແບບ​ຕັດສິນ, ທັງ​ນີ້​ໄດ້​ກາຍ​ເປັນ​ຈຸດ​ຮ້ອນທີ່ສື່​ມວນ​ຊົນ​ຕ່າງປະ​ເທດ​ໃຫ້​ຄວາມ​ສົນ​ໃຈ.

ໜັງສືພິມ​ວໍ​ຊິງ​ຕັນ​ພົສຂອງ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ, ​ເນື່ອງ​ໃນ​ໂອກາດ​ພາຍ​ນອກ​ມີ​ຄວາມ​ສົງ​ໄສ​ຫຼາຍ​ກວ່າ​ເກົ່າ​ຕໍ່​ຮູບ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ຢ່າງ​ຕໍ່​ເນື່ອງ, ການນຳ​ຈີນ​ໃຫ້​ຄຳ​ໝັ້ນສັນຍາວ່າ​ຈະ​ປັບປຸງ​ການບໍລິຫານ​ຂອງລັດຖະບານ, ​ເຮັດ​ໃຫ້​ຕະຫຼາດ​ເສີມ​ຂະ​ຫຍາ​ຍບົດບາດ​ຕັດສິນ​ໃນ​ການຈັດສັນຊັບພະຍາກອນ. ​ເພື່ອ​ຊຸກຍູ້​ການ​ປະຕິ​ຮູບ​ຢ່າງ​ມີ​ປະສິດທິ​ຜົນ, ພັກ​ກອມ​ມູນິດ​ຈີນ​ຕົກລົງ​ສ້າງຕັ້ງໜ່ວຍ​ການ​ນຳພາ​ການລົງ​​ເລິກ​ປະຕິ​ຮູບຢ່າງຮອບດ້ານ, ການ​ຕົກລົງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສັບສົນ​ແລະ​ຍາວ​ນານ​ຂອງ​ສະຖານະ​ການ​ປະ​ຕິຮູບ​ຂອງ​ຈີນໃນ​ລະດັບ​ໃດ​ໜຶ່ງ.

ໜັງສືພິມມາ​ອີ​ນີຊີ ຊີມ​ບູນຂອງ​ຍິ່ປຸ່ນລາຍ​ງານ​ວ່າ, ກອງ​ປະຊຸມຄົບ​ຄະນະ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 3 ສະ​ໄໝທີ 18 ​ໄດ້​ກຳນົດ​ທິດ​ທາງທີ່​ເອົາ​ໃຈ​ໃສ່ຕໍ່​ຄຸນ​ນະພາ​ບດ້ານການ​ເຕີບ​ໂຕ​ຂອງ​ເສດຖະກິດ​ແລະ​ບົດບາດ​ຂອງ​ຕະຫຼາດ​ຢ່າງ​ຈະ​ແຈ້ງ. ຕໍ່​ໄປພາຍ​ໜ້າ ຈີນ​ຈະ​ປັບປຸງກົນ​ໄກ​ລາ​ຄາ​ໃຫ້​ເໝາະ​ສົມ, ​ເປີດ​ກວ້າງ​ຕະຫຼາດ​ຕໍ່​ທຶນ​ຕ່າງປະ​ເທດ​ຕື່ມ​ອີກ, ປຸກລະດົມ​ວິ​ສາ​ຫະກິດ​ເອກະ​ຊົນ​ເຂົ້າຮ່ວມ, ສ້າງ​ຕຳ​ແໜ່​ງ​ວຽກ​ງານ​ໃໝ່ ​ແລະ​ຮູບ​ການ​ອື່ນໆ, ຊຸກຍູ້​ເສດຖະກິດ​ເຕີບ​ໂຕ​ຕື່ມອີກ.

ພ້ອມກັນນັ້ນ, ຜູ້​ຊ່ຽວຊານ​ແລະ​ນັກວິຊາ​ການ​ຂອງ​ຕ່າງປະ​ເທດ​ກໍ​ໄດ້​ຕັ້ງໜ້າ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ການ​ພັດທະນາຂອງ​ຈີນ​ໃນ​ອະນາຄົດ​. ທ່ານ​​ໂດຣິສ ຟິ​ຊີ, ສາດສະດາຈານ​ຂອງ​ມະຫາວິທະຍາ​ໄລອຸສ​ເບີກ​ຂອງ​ເຢຍລະ​ມັນ, ຜູ້ຊ່ຽວຊານ​ຄົ້ນຄວ້າ​ບັນຫາ​ຈີນ​ເຫັນ​ວ່າ, ການ​ປະຕິ​ຮູບ​ແມ່ນ​ກຳລັງ​ແຮງ​ທີ່​ຊຸກຍູ້​ເສດຖະກິດ​ຈີນ​ໃຫ້​ເຕີບ​ໂຕ​ໃນ​ຫຼາຍ​ປີ​ມາ​ນີ້, ການສືບ​ຕໍ່​ຊຸກຍູ້​ການ​ປະຕິ​ຮູບ​ກໍ​ແມ່ນ​ຂໍ​ກະ​ແຈ​ໃນ​ການ​ພັດທະນາ​ເສດຖະກິດ​ຈີນ​ໃນ​ອະນາຄົດ.