ພາຍຫຼັງ​ໄດ້ຢັບຢັ້ງພະລາຊະບັນຍັດນິລະໂທດກຳ​ແລ້ວການປະທ້ວງຢູ່​ໄທ​ໄດ້ຫຼຸດໜ້ອຍລົງ​ໂດຍ​ບໍ່ມີຄົນຢຸດງານ

(GMT+08:00) 2013-11-14 16:58:21     cri
ຕາມຂ່າວCRI: ວັນ​ທີ 11 ພະຈິກ​ນີ້, ພາຍ​ຫຼັງພະ​ລາຊະ​ບັນຍັດ​ນິລະ​ໂທດ​ກຳ​ທີ່​ສະ​ເໜີ​ໂດຍ​ພັກ​ເພື່ອ​ໄທ​ເຊິ່ງ​ເປັນ​ພັກກຳ​ອຳນາດ​ຂອງ​ໄທຖືກ​ສະມາຊິກ​ທັງ​ໝົດ​ຂອງ​ວຸດ​ທິສະພາ​ໄທຮ່ວມ​ກັນ​ລົງ​ຄະ​ແນນສຽງ​ຄັດຄ້ານ​ແລ້ວ, ການ​ປະທ້ວງ​ຢູ່​ຕາມ​ຖະໜົນຂອງ​ນະຄອນຫຼວງ​ບາງກອກ​ໄດ້​ຄ່ອຍໆສະຫງົບ​ລົງ. ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດບາງກອກ​ກ່າວ​ວ່າ, ສະຖານະ​ການ​ໃນ​ປະຈຸ​ບັນ​ນີ້​ເປັນ​ປົກກະຕິ, ຍັງ​ບໍ່​ມີ​ອົງການ​ລັດຖະບານ​ຫຼື​ບຸກຄົນ​ໄດ້ຢຸດ​ງານ​ເປັນ​ການ​ຊົ່ວຄາວ.

​ເຖິງ​ແມ່ນ​ວ່າ​ປະຊາຊົນ​ທີ່​ຈັດ​ໂຮມ​ຊຸມນຸມ​ທີ່​ເຕົ້າ​ໂຮມ​ຢູ່​ໃຈກາງ​ນະຄອນຫຼວງ​ບາງກອກ​ຍັງ​ບໍ່​ທັນສະຫຼາຍ​ໄປເທື່ອກໍ​ຕາມ, ​ແຕ່​ວ່າ​ໃນ​ວັນ​ທີ 13 ພະຈິກ​ນີ້​ມີ​ມວນ​ຊົນ​ພຽງ​ແຕ່​ປະມານ1600ຄົນ​ເທົ່າ​ນັ້ນ​ເຂົ້າ​ຮ່ວມງານ​​ໂຮມ​ຊຸມນຸມ​ປະ​ທ້ວງ, ຈຳນວນ​ຜູ້​ປະ​ທ້ວງໄດ້​ຫຼຸດ​ໜ້ອຍ​ລົງ​ຢ່າງ​ເດັ່ນ​ຊັດ. ມີ​ນັກວິ​ເຄາະ​​ໄດ້​ຊີ້​ອອກ​ວ່າ, ການ​ຢັບຢັ້ງ​ພະ​ລາຊະ​ບັນຍັດ​ນິລະ​ໂທດ​ກຳ​ໄດ້ລົບ​ລ້າງ​ຄວາມກົດ​ດັນ​ຕໍ່ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ, ນາຍົກລັດຖະມົນຕີ​ໄທ, ພ້ອມ​ກັນ​ນັ້ນ​ກໍ​​ເຮັດ​ໃຫ້​ຝ່າຍ​ຄັດ​ຄ້າຍ​ເສຍ​ຂໍ້​ອ້າງ​ເພື່ອ​ໂຈມ​ຕີ​ລັດຖະບານ. ​ແຕ່​ວ່າ, ຍັງ​ມີ​ບຸກຄົນ​ທີ່​ຄ້ານລັດຖະບານ​​ໄດ້ຮຽກຮ້ອງ​ໃຫ້​ລັດຖະບານ​ຂອງນາ​ງຍິ່ງ​ລັກ ຊິນນະ​ວັດ​ຂໍອະ​ໄພ​ຕໍ່​ປະຊາຊົນ​ຍ້ອນ​ໄດ້​ສະ​ເໜີ​ພະ​ລາຊະ​ບັນຍັດ​ນິລະ​ໂທດ​ກຳດັ່ງກ່າວ.