ລັດຖະບານຈີນຈະໃຫ້ການຊ່ວຍເຫລືອສຸກເສີນດ້ານມະນຸດສະທໍາແກ່ຟິລິບປິນ

(GMT+08:00) 2013-11-14 13:00:00     cri

ວັນ​ທີ 13 ພະຈິກ​ນີ້, ​ເວັບ​ໄຊ​ຂອງ​ກະຊວງ​ການ​ຄ້າ​ຈີນ​ລາຍ​ງານ​ວ່າ, ​ເພື່ອ​ສະ​ແດງຄວາມ​ເຫັນ​ອົກ​​ເຫັນ​ໃຈ​ແລະ​ຄວາມ​ຢື້​ຢາມ​ຖາ​ມຂ່າວ​ຕໍ່​ລັດຖະບານ​ແລະ​ປະຊາຊົນຟິລິບປິນ, ລັດຖະບານ​ຈີນ​ໄດ້ຕົວລົງ​ຈະ ໃຫ້ການຊ່ວຍເຫລືອສຸກ​ເສີນດ້ານມະນຸດສະທໍາແກ່ຟິລິບປິນ ​ເພື່ອ​ຊ່ວຍ​ລັດຖະບານ​ແລະ​ປະຊາຊົນ​ຟິລິບປິນ​ທີ່​ປະສົບ​ໄພ​ພິບັດ.

ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ​ເຄື່ອງ​ຊ່ວຍ​ເຫລືອເຊັ່ນ​ຕູບ​ຜ້າ​​ເຕັນ, ຜ້າຫົ່ມ ​ແລະ​ອື່ນໆ ຈະ​ຂົນ​ສົ່​ງ​ໄປ​ເຖິງ​​​ຟິລິບ​ປິນທາງ​ອາກາດ​ໃນ​ໄວໆມາ​ນີ້.

ວັນ​ທີ 8 ພະຈິກ​ນີ້, ​ຟິລິບ​ປິນ​ໄດ້​ປະສົບ​ໄພພິບັດຍ້ອນ​ພາຍຸ​​ໄຕ້​ຝຸ່ນ"​ໄຮ​ຢ່ຽນ"​ແລະ​ໄດ້​ມີ​ຜູ້​ເສຍ​ຊີວິດ​​ແລະ​​ໄດ້​ຮັບ​ບາດ​ເຈັບ ​ແລະ​ການ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ເປັນຈໍານວນ​ຫລວງຫລາຍ.