ຈີນ​ຕັດສິນ​ໃຈຈະ​ສ້າງ​ຕັ້ງ​ກໍາມາ​ທິການ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ເພື່ອ​ປັບປຸງ​ລະບົບ​ຄວາມ​ປອດ​ໄພ​ແລະ​ຍຸດ​ທະ​ສາດ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ໃຫ້ສົມບູນ​ຂຶ້ນ

(GMT+08:00) 2013-11-14 13:01:23     cri

ວັນ​ທີ 13 ​ພະຈິກ​ນີ້, ທ່ານ​ຊິນ​ກ່າງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​​ໄດ້ຕັດສິນ​ໃຈຈະສ້າງ​ຕັ້ງ​ກໍາມາ​ທິການ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ເພື່ອ​ປັບປຸງ​ລະບົບ​ຄວາມ​ປອດ​ໄພແລະ​ຍຸດ​ທະ​ສາດ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ໃຫ້ສົມບູນ​ຂຶ້ນ ເພື່ອຮັບ​ປະກັນ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ຈີນ.

ທ່ານ​ຊິນ​ກ່າງ​ກ່າວ​ວ່າ, ການ​ທີ່​ຈີນສ້າງ​ຕັ້ງກໍາມາ​ທິການ​ຄວາມ​ປອດ​ໄພ​ແຫ່ງ​ຊາດໄດ້​ເຮັດ​ໃຫ້​ກໍາລັງ​ການ​ກໍ່​ການ​ຮ້າຍ, ກຸ່ມ​ຫົວ​ແບ່ງ​ແຍກ​ແລະ​ກຸ່ມ​ຫົວ​ຮຸນ​ແຮງ​ເກີດຄວາມຢ້ານກົວຂຶ້ນ. ​ເວົ້າ​ລວມ​ແລ້ວ, ອິດ​ທິກໍາລັງ​ທີ່​ມີ​ເຈດ​ຕະນາ​ຈະ​ຂົ່ມຂູ່​ແລະ​ທໍາລາຍ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ຈີ​ນ​ໄດ້ເກີດ​ຄວາມ​ຢ້ານກົວຂຶ້ນ.