ທາງອຸ​ໂມງ​ລົດຍົນ​ໃຕ້​ພື້ນ​ທະ​ເລ​ສາຍ​ທຳ​ອິດ​ຂອງ​ສິງກະ​ໂປ​ຈະ​ເປີດ​ບໍລິການ​ໃນ​ທ້າຍ​ເດືອນ​ໜ້າ

(GMT+08:00) 2013-11-14 15:22:43     cri
ທາງ​ດ່ວນ​ແຄມ​ທະ​ເລມາຣີນາ ​ເຊິ່ງ​ເປັນ​ທາງອຸ​ໂມງ​​ທີ່​ສ້າງ​ຢູ່ໃຕ້​ພື້ນ​ທະ​ເລສາຍ​ທຳ​ອິດ​ຂອງ​ສິງ​ກະ​ໂປ​ຈະ​ເປີດ​ບໍລິການ​ໃນ​ເວລາ 9 ​ໂມງ​ຂອງ​ວັນ​ທີ 29 ທັນວາ​ໜ້າ​ນີ້, ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຄົນ​ຂັບ​ລົດ​ທີ່​ອາ​ໃສຢູ່​ພາກ​ຕາ​ເວັນ​ອອກ​ແລະ​ພາກ​ຕາ​ເວັນ​ຕົກ​ນັ້ນສາມາດ​ເດີນທາງໄປ​ເຂດ​ໃໝ່​ໃຕ້​ມາຣີນາ​​ໄດ້ຢ່າງ​ວ່ອງ​ໄວ.

ທາງ​ດ່ວນ​ແຄມ​ທະ​ເລມາຣີນາ​ມີ​ຄວາມ​ຍາວ​ທັງ​ໝົດ 5 ກິ​ໂລ​ແມັດ, ​ເລີ່​ມລົງມື​ສ້າງ​ໃນ​ປີ 2009 ​ໂດຍ​ໄດ້​ລົງທຶນ​ທັງ​ໝົດ 4 ຕື້ 300 ລ້ານ​ໂດ​ລາ​ສິງ​ກະ​ໂປ, ​ແມ່ນ​ທາງ​ດ່ວນ​ສາຍ​ທີ 10 ຂອງ​ສິງກະ​ໂປ, ​ໃນ​ຕະຫຼອດ​ທາງ​ສາຍ​ນີ້ ມີ​ອຸ​ໂມງ​ໃຕ້​ດິນທີ່​ມີ​ຄວາມ​ວາວ 3600 ​ແມັດ, ​ໃນ​ນັ້ນ ມີ 420 ​ແມັດ​ແມ່ນ​ສ້າງ​ຢູ່​ໃຕ້​ພື້ນ​ທະ​ເລອ່າວ​ມາຣີນາ, ມີ​ຄວາມ​ເລິກຫ່າງ​ຈາກ​ນ້ຳ​ທະ​ເລ 20 ​ແມັດ. ທາງ​ດ່ວນ​ແຄມ​ທະ​ເລ​ມາຣີນາ​ຈະ​ເຊື່ອມ​ຈອດ​ການ​ເດີນທາງ​ຈາກພາກ​ຕາ​ເວັນ​ອອກ​ກັບ​ພາກ​ຕາ​ເວັນ​ຕົກ​ຂອງ​ສິງກະ​ໂປ​ເຂົ້າຫາ​ກັນ.