ຄຳອວຍພອນຂອງທ່ານ ສີທົງ ຈິດໂຍທິນ

(GMT+08:00) 2013-11-15 14:43:38     cri

  ຫົວໜ້າກົມການຂ່າວ  
   ທ່ານ ສີທົງ ຈິດໂຍທິນ

  ຂ້າພະ​ເຈົ້າ​ມີ​ຄວາມ​ຊົມ​ຊື່ນຍິນ​ດີຕໍ່​ການຂະຫຍາຍ​ເວລາ​ອອກ​ອາກາດ​ຂອງວິທະຍຸ​ສາກົນຂອງ ສປ.​ຈີນ​ໃນ​ຄັ້ງ​ນີ້ ອັນ​ຈະ​ເປັນ​ການ​ປະກອບສ່ວນ​ເພີ່ມ​ເວລາ​ຂອງ​ການ​ສື່ສານ​ອອກ​ອາກາດ ​ເພື່ອ​ໃຫ້​ປະຊາຊົນ​ສອງ​ຊາດ​ລາວ-​ຈີນ​ໄດ້​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຕໍ່​ສະພາບ​ການ​ພັດທະນາ​ເສດຖະກິດ-​ສັງຄົມຂອງ​ແຕ່ລະ​ປະ​ເທດ​ໄດ້​ດີ​ຂຶ້ນກວ່າ​ເກົ່າ, ທັງ​ເປັນ​ການ​ເສີມ​ສ້າງສາ​ຍພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນລະຫວ່າງ​ລາວ-​ຈີ​ນ ​ໃຫ້​ມີ​ຄວາມ​ໃກ້ຊິດ ​ແລະ ໜັກ​ແໜ້ນຍິ່ງໆຂຶ້ນ.

  ຂ້າພະ​ເຈົ້າ​ຂໍ​ຖື​ໂອກາດ​ອັນ​ມີ​ຄວາມໝາຍສຳຄັນ​ນີ້ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ປະ​ຕິ​ບັດໜ້າທີ່​ວຽກງານ​ຢ່າງ​ຫ້າວຫັນ ​ແລະ ມີ​ຄວາມ​ຮັບຜິດຊອບ​ສູງ​ຂອງ​ບັນດາ​ພະນັກງານ CRI ທຸກໆທ່ານ ​ແລະ ຂໍ​ອວຍພອນ​ໄຊ​ອັນ​ປະ​ເສີດ​ໃຫ້​ບັນດາ​ທ່ານ​ຈົ່ງ​ມີ​ແຕ່​ສຸຂະພາບ​ແຂງ​ແຮງ, ມີ​ຄວາມສຸກ​ກາຍ​ສະບາຍ​ໃຈ ​ແລະ ປະສົບ​ຜົນສຳ​ເລັດ​ໃໝ່​ໃຫຍ່ຫຼວງກວ່າ​ເກົ່າ ​ໃນ​ພາລະກິດ​ອັນ​ມີ​ກຽດຂອງ​ບັນດາ​ທ່ານ ​ແລະ ຂໍ​ໃຫ້​ວິທະ​ຍຸ CRI ຈົ່ງຍືນຍົງຢູ່ຄຽງຄູ່ກັບພວກເຮົາຕະຫຼອດໄປ.