ຄຳອວຍພອນຂອງທ່ານ​ສຈ.ດຣ ບໍ່​ແສງ​ຄຳ ວົງ​ດາລາ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ​ແລະ​ທ່ອງ​ທ່ຽວ

(GMT+08:00) 2013-11-15 16:25:19     cri

​ເນື່ອງ​ໃນ​ໂອກາດ​ທີ່​ວິທະຍຸ CRI FM 93.0 MHz ຄົບຮອບ 7 ປີ(2006-2013), ຂ້າພະ​ເຈົ້າ​ຕາງໜ້າ​ໃຫ້​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ​ແລະ​ທ່ອງ​ທ່ຽວ, ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນງານ​ການ​ມີ​ສ່ວນ​ຮ່ວມ​ໃນ​ວົງ​ການ​ສື່​ມວນ​ຊົນ​ລາວ​ແລະ​ເປີດ​​ເສັ້ນທາງ​ເລືອກ​ໃໝ່​ໃຫ້​ແກ່​ຜູ້​ຟັງ​ຄົນ​ລາວ​ທັງຫຼາຍ.

ປະທານ​ປະ​ເທດ ສປປ ລາວ, ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ ​ເຄີຍ​ເວົ້າ​ວ່າ, CRI ປຽບ​ສະ​ເໝືອນ​ກັບ​ສື່​ມວນ​ຊົນ​ຂອງ​ລາວ​ຂະ​ແໜງ​ໜຶ່ງ, ​ເພາະວ່າ​ຜູ້​ຟັງ​ສ່ວນ​​ໃຫຍ່​ມີ​ຄວາມ​ສາມາດ​ຮັບ​ຟັງ​ແລະ​ຮັບ​ຮູ້​ຂໍ້​ມູນ​ຂ່າວສານ​ໄດ້​ຢ່າງ​ວ່ອງ​ໄວ​ສາລະ​ຄວາມ​ຮູ້​ທີ່​ຫຼາກ​ຫຼາຍ​ແລະ​ຄວາມ​ບັນ​ເທິງ​ທີ່​ມີ​ເນື້ອ​ໃນ. ບໍ່​ວ່າ​ຍາມ​ໃດໆ CRI ກໍ​ໄດ້​ປະກອບສ່ວນ​ສົ່ງ​ເສີມ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ລາວ-ຈີນ, ສົ່ງ​ເສີມ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ 2 ຊາດ​ລາວ-ຈີນ​ນັບ​ມື້​ນັບ​ດີ​ຂຶ້ນ.
​ເຊື່ອ​ໝັ້ນ​ວ່າການ​ຮ່ວມ​ມື​ລະຫວ່າງ​ລາວ-ຈີນ​ໃນ​ດ້ານ​ສື່​ມວນ​ຊົນ​ຈະ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ແລະ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ໃຫ້​ພັດທະນາ​ກ້າວ​ຂຶ້ນ​ໄປ​ເລື້ອຍ​ໆ. ຂໍ​ອວຍພອນ​ໃຫ້ CRI FM 93.0 MHz ນັບ​ມື້​​ເຂັ້ນ​ແຂງ​ດີ​ຂຶ້ນ.