ບົດອວຍພອນຂອງທ່ານສີສະຫວາດ ທິລະວົງ ປະທານສະພາການຄ້າແລະອຸດສາຫະກຳ ແຫ່ງຊາດລາວ

(GMT+08:00) 2013-11-15 18:30:10     cri

 

  ເນື່ອງໃນກາລະໂອກາດຄົບຮອບ 7 ປີຂອງການອອກອາກາດຄື້ນວິທະຍຸ CRI FM 93.0 MHz ທີ່ ສປປລາວ, ໃນນາມສະພາການ
ຄ້າແລະອຸດສາຫະກຳແຫ່ງຊາດລາວ, ຂ້າພະເຈົ້າຮູ້ສຶກດີໃຈ ແລະ ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ກັບຜົນສຳເລັດໃນໄລຍະຜ່ານມາ
ຂອງຄື້ນວິທະຍຸ CRI FM 93.0 MHz ທີ່ໄດ້ໃຫ້ການບໍລິການສັງຄົມລາວແລະເສີມສ້າງສາຍພົວພັນ ລາວ-ຈີນ ໃຫ້ນັບມື້ນັບແໜ້ນແຟ້ນ
ຂື້ນເລື້ອຍໆ.

    ນັບຕັ້ງແຕ່ປີ 2006 ທີ່ຄື້ນວິທະຍຸ CRI FM 93.0 MHz ໄດ້ເລີ່ມອອກອາກາດໃນສປປລາວດ້ວຍພາສາລາວ, ພາສາຈີນກາງແລະ
ພາສາອັງກິດເປັນເວລາ 12ຊົ່ວໂມງເຄິ່ງໃນແຕ່ລະມື້, ໃນນັ້ນ, ພາກພາສາລາວທີ່ອອກອາກາດ 6 ຊົ່ວໂມງເຄິ່ງຕໍ່ມື້ນັ້ນ, ​ໄດ້​ມີເນື້ອໃນ
ນຳສະເໝີສະພາບເສດຖະກິດຂອງສປຈີນ, ສປປ ລາວ, ການພັດທະນາ ວັດທະນະທຳຂອງສັງຄົມ, ການພົວພັນການຮ່ວມມືລະຫວ່າງ
ລາວ-ຈີນ, ລາວ-ອາຊຽນແລະຂໍ້ມູນຂ່າວສານອື່ນໆທີ່ສຳຄັນ ແລະ ເປັນປະໂຫຍດໃນທົ່ວໂລກ, ຖື​ວ່າເປັນຄື້ນວິທະຍຸ ທີ່ໃຫ້ການບໍລິການ
ສັງຄົມຫຼາຍຮູບຫຼາຍແບບ, ສາມາດດືງດູດຜູ້ຟັງລາວນັບມື້ນັບຫຼາຍຂື້ນ,  ໂດຍສະເພາະແມ່ນຊາວໜຸ່ມຂອງ ສປປລາວ, ນີ້ເປັນການເພີ່ມ
ທະວີການສ້າງຄວາມຮັບຮູ້ແລະຄວາມເຂົ້າໃຈໃຫ້ເຂົາເຈົ້າກ່ຽວກັບສະພາບການເດັ່ນໆທີ່ເກີດນື້ນ, ໂດຍສະເພາະມີ ຄວາມເຂົ້າໃຈຍິ່ງຂື້ນ
ຕໍ່ກັບສປຈີນແລະການພົວພັນ ລາວ-ຈີນ ທີ່ມີມູນເຊື້ອອັນດີງາມ ຕັ້ງແຕ່ໃດມາ.

  ຄື້ນວິທະຍຸ CRI FM 93.0 MHz ທີ່ນະຄອນຫຼວງວຽງຈັນເປັນອີກເວທີໜື່ງທີ່ມີຄວາມສຳຄັນຕໍ່ການສົ່ງເສີມການພົວພັດຮ່ວມມືແລະ
ແລກປ່ຽນວັດທະນາທຳລະຫວ່າງລາວ-ຈີນແລະລາວ-ອາຊຽນ. ເຊິ່ງລັດຖະບານຂອງສອງປະເທດແມ່ນໄດ້ໃຫ້ຄວາມສຳຄັນແລະຕີລາຄາ
ສູງຕໍ່ການປະຕິບັດວຽກງານນຕະຫຼອດໄລຍະເວລາ 7 ປີຜ່ານມາ. ໂດຍຄື້ນວິ ທະຍຸ CRI FM 93.0 MHz ໄດ້ສະໝອງການບໍລິການ
ທີ່ຫຼາກຫຼາຍໃຫ້ແກ່ສັງຄົມລາວ, ນຳສະເໝີລາຍການບັນເທີງ, ຂໍ້ມູນຂ່າວສານທີ່ສຳຄັນ, ຂ່າວເດັ່ນ, ຜົນສຳເລັດຕ່າງໆຂອງສປປລາວແລະ
ໃນທົ່ວໂລກ, ເຊິ່ງໄດ້ໃຫ້ຄວາມພໍໃຈແລະສ້າງຄວາມເຊື່ອໝັ້ນໃຫ້ແກ່ ລັດຖະບານລາວແລະບັນດາຜູ້ຮັບຟັງ. ນອກກຈາກນີ້ CRI FM
93.0 MHz ໄດ້ເຜີຍແຜ່ໃຫ້ເຫັນການພົວພັນອັນດີງາມລະຫວ່າງສອງຊາດລາວ-ຈີນ,   ເສີມສ້າງຄວາມເຂົ້າໃຈເຊິ່ງກັນແລະກັນການ
ພົວພັນກັນຂອງປະຊາຊົນສອງຊາດ, ເພີ່ມທະວີການສົ່ງເສີມ ການພົວພັນຮ່ວມມືທາງດ້ານການເມືອງ, ເສດຖະກິດ-ສັງຄົມແລະແລກປ່ຽນ
ວັດທະນະທຳຂອງສອງປະເທດໃຫ້ນັບມື້ນັບແໜ້ນແຟ້ນຂື້ນເລື້ອຍໆໂດຍບົນພື້ນຖານມິດຕະພາບຮັກແພງສອງຊາດລາວ-ຈີນ, ຕ່າງໄດ້ຮັບ
ຜົນປະໂຫຍດສູງສຸດ.

    ນັບຕັ້ງແຕ່ ວັນທີ 19 ພະຈິກ 2013 ເປັນຕົ້ນໄປ, ຄື້ນວິທະຍຸ CRI FM 93.0 MHz ຈະໄດ້ເພີ່ມເວລາການອອກອາກາດມາເປັນ
19 ຊົ່ວໂມງໃນແຕ່ລະມື້, ຂ້າພະເຈົ້າຮູ້ສຶກຍິນດີຢ່າງສູງແລະເຊື່ອໝັ້ນວ່າ, ຄື້ນວິທະຍຸ CRI FM 93.0 MHz ທີ່ນະຄອນຫຼວງວຽງຈັນ
ຈະປະສົບຜົນສຳເລັດຍິ່ງໆຂື້ນແລະຈະກາຍເປັນພື່ອນມິດທີ່ຈິງໃຈແລະສະໜິດແໜ້ນທີ່ສຸດຂອງປະຊາດຊົນລາວແລະຢູ່ຄຽງຄູ່ກັບສັງຄົມ
ລາວຕະຫຼອດໄປ.    

   ໃນໂອກາດສຸດທ້າຍນີ້, ຂ້າພະເຈົ້າຂໍອວຍພອນໃຫ້ຄື້ນວິທະຍຸ CRI FM 93.0 MHz ນັບມື້ນັບຂະຫຍາຍຕົວ, ເພີ່ມທະວີການ
ກະຈາຍຄື້ນໃນສປປ ລາວແລະທົ່ວໂລກໃຫ້ນັບມື້ນັບກ້ວາງຂວາງ, ປະສົບຜົນສຳເລັດໃນທຸກໆໜ້າທີ່ວຽກງານແລະໃຫ້ການບໍລິການ
ສັງຄົມນັບມື້ນັບດີຂື້ນເລື້ອຍໆ ແລະ ຂໍອວຍພອນໃຫ້ການພົວພັນ ລາວ-ຈີນ ນັບມື້ນັບສະໜິດແໜ້ນ ແລະ ຍືນຍົງ.