ບົດອວຍພອນຂອງທ່ານ ດຣ. ສິນລະວົງ ຄຸດໄພທູນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ, ປະທານສະມາຄົມມິດຕະພາບລາວ-ຈີນຂັ້ນສູນກາງ ກ່າວອວຍພອນໃນໂອກາດທີ່ວິທະຍຸສາກົນແຫ່ງປະເທດຈີນ CRI FM 93.0 MHz ອອກອາກາດຢູ່ ສປປ ລາວ ຄອບຮອບ 7 ປີ.

(GMT+08:00) 2013-11-15 18:41:47     cri

ເປັນທີ່ຮູ້ດີວ່າໃນວັນທີ 19 ພະຈິກ 2006 ຜູ້ນຳສູູງສຸດຂອງທັງສອງປະເທດຄື:ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດແຫ່ງ
ສປປ ລາວ ແລະທ່ານຫູຈິນທາວ ປະທານປະເທດ ສປ. ຈີນ ໄດ້ຮ່ວມກັນກົດປຸ່ມອອກອາກາດໃຫ້ແກ່ສະຖານນີວິທະຍຸສາກົມແຫ່ງ
ປະເທດຈີນ CRI ຄື້ນ 93.0 MHz. ມາຮອດປີນີ້, ພໍດີໄດ້ 7 ປີແລ້ວ.

ໃນນາມປະທານສະມາຄົມມິດຕະພາບລາວ-ຈີນ, ຂ້າພະເຈົ້າເຫັນວ່າວິທະຍຸສາກົນແຫ່ງປະເທດຈີນ CRI ຄື້ນ 93.0 MHz ແມ່ນສື່
ໜື່ງທີ່ດຳລົງບົດບາດສຳຄັນໃນການໂຄສະນາເຜີຍແຜ່ນະໂຍບາຍ, ຂໍ້ມູນຂ່າວສານດ້ານການພັດທະນາເສດຖະກິດ-ສັງຄົມ, ວິທະຍາ
ສາດ ແລະ ອະລິຍະທຳຂອງລັດຖະບານ ແລະ ປະຊາຊົນຈີນ. ທັງແມ່ນສີສັນໜື່ງ ແລະ ເປັນພາກສ່ວນໜື່ງທີ່ໄດ້ປະກອບສ່ວນເຂົ້າ
ໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືກັນລະຫວ່າງສອງປະເທດແລະປະຊາຊົນສອງຊາດລາວ-ຈີນໃຫ້ແໜ້ນ
ແຟ້ນຍິ່ງຂື້ນ. ຊື່ງໃນຕະຫຼອດໄລຍະ 7 ປີຜ່ານມານັ້ນ CRI ຄື້ນ 93.0 MHz ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າໂດຍສະແດງ
ອອກໃນການຈັດທຳລາຍການວິທະຍຸຂອງຄື້ນດັ່ງກ່າວມີຫຼາຍລາຍການທີ່ເຕັມໄປດ້ວຍເນື້ອຫາສະລະທີ່ເປັນປະໂຫຍດ ແລະ ສີສັນ,
ຄວາມບັນເທິງທີ່ໜ້າຈັບໃຈ, ການລາຍງານຂ່າວສານສຳຄັນຕ່າງໆທີ່ເກີດຂື້ນທັງຢູ່ລາວ ແລະ ຈີນ ກໍ່ຄືທົ່ວໂລກດຳເນີນການໄດ້ຢ່ງ
ວ່ອງໄວແລະທັນເຫດການ. CRI ຍັງໄດ້ໃຊ້ເວລາແນະນຳຄວາມຮູ້ປະສົບການທີ່ດີໃນການດຳລົງຊີວິດປະຈຳວັນ, ສະໜອງຄວາມຮູ້
ຮອບຕົວກ່ຽວກັບການພັດທະນາຂອງບັນດາປະເທດອາຊຽນ ແລະ ສາກົນ,   ຍົກເອົາຮູບພາບທີ່ງົດງາມແລະແນະນຳສະຖານທີ່ທ່ອງ
ທ່ຽວສຳຄັນຂອງລາວ, ຂອງຈີນອີກດ້ວຍ. ພ້ອມດຽວກັນນັ້ນ, ໃນເວລາອັນໃກ້ນີ້ CRI ຈະຂະຫຍາຍເວລາການອອກອາກາດອອກຈາກ
12 ຊົ່ວໂມງເຄິ່ງເປັນ 19 ຊົ່ວໂມງຕໍ່ວັນ. ເປີດຄໍລຳພິເພດທາງ " ວາລະສານພາເພີນ " ແລະ ເວບໄຊພາສາລາວ. ນັ້ນກໍ່ຍັງຈະເປັນ
ການສ້າງເງື່ອນໄຂສະດວກໃຫ້ແກ່ທ່ານຜູ້ຟັງ-ຜູ້ອ່ານ ສາມາດຮັບຮູ້ຂໍ້ມູນຂ່າວສານ ແລະ ຄວາມບັນເທິງໄດ້ຫຼາຍຍິ່ງຂື້ນ.

    ເນື່ອງໃນໂອກາດ ການປະກົດຕົວຄົບຮອບ 7 ປີ ຂອງ CRI ຄື້ນ 93.0 MHz, ຕາງໜ້າໃຫ້ສະມາຄົມມິດຕະພາບແລະໃນນາມ
ສ່ວນຕົວຂ້າພະເຈົ້າ ຂໍສະອດງຄວາມຊົມເຊີຍ ສັນລະເສີນຕໍ່ຜົນງານທີ່ດີເດັ່ນຂອງ CRI ແລະຫວັງເປັນຢ່າງຍິງວ່າ CRI ຈະກ້າວ
ຂື້ນ ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ, ສືບຕໍ່ເຮັດໜ້າທີ່ການເມືອງທີ່ມີກຽດສະຫງ່າຂອງຕົນເປັນຢ່າງດີແລະປະກອບສ່ວນ
ເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດລາວ-ຈີນ ໃຫ້ເກີດດອກອອກຜົນຍິ່ງຂື້ນ,
ເຮັດໃຫ້ການພົວພັນລາວຈີນ ຕາມຄຳສັ່ງສອນຂອງຜູ້ນຳທັງສອງປະເທດ 4 ດີຄື: " ເປັນບ້ານໃຫ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະ
ຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ " ນັ້ນໃຫ້ປະກົດຜົນເປັນຈິງ.