ບົດອວຍພອນຂອງທ່ານ ສົມດີ ບຸນຄຸ້ມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມສປປ ລາວປະຈຳສປ ຈີນ.

(GMT+08:00) 2013-11-15 18:50:01     cri

    ນັບແຕ່ວິທະຍຸ CRI FM 93.0 MHz ໄດ້ອອກອາກາດແຕ່ປີ 2006 ເປັນຕົ້ນມາ, ລາຍການວິທະຍຸໄດ້ຮັບຄວາມນິຍົມ
ຊົມຊອບຈາກຜູ້ຟັງ ແລະ ມິດຮັກແຟນລາຍການໃນທົ່ວ ປະເທດຢ່າງກວ້າງຂວາງ, ລາຍການວິທະຍຸໄດ້ແນະນຳສປປ ລາວ
ໄປສູ່ ສປ ຈີນແລະສາກົນກໍ່ຄືໄດ້ແນະນຳ ສປ ຈີນແລະສາກົນມາສູ່ສປປ ລາວ, ເຮັດໃຫ້ລາວ-ຈີນ ແລະ ສາກົນ ມີຄວາມ
ເຂົ້າອົກເຂົ້າໃຈ ແລະ ໃກ້ຊິດກັນຫຼາຍຂື້ນຕື່ມ.

    ຕະຫຼອດໄລຍະ 7 ຜ່ານມາ, ວິທະຍຸ CRI FM 93.0 MHz ໄດ້ນໍາເອົາຂໍ້ມູນຂ່າວ ສານທີ່ທັນການ, ສາລະຄະດີ, ຮຽນ
ພາສາຈີນ ແລະ ລາຍການອື່ນໆ ທີ່ເປັນປະໂຫຍດມາສູ່ ຜູ້ຟັງມິດຮັກລາຍການ ເຊິ່ງເປັນທີ່ນິຍົມຊົມຊອບຫຼາຍຈາກປະຊາຊົນ
ລາວທົ່ວໄປ. ພ້ອມນັ້ນ, ວິທະຍຸຍັງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງຄວາມເຂົ້າອົກເຂົ້າໃຈລະຫວ່າງ ລາວ-ຈີນ,
ຈີນ-ລາວ ກໍ່ຄືເສີມສ້າງສາຍພົວພັນໄມຕີຈິດມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ
ໃຫ້ຂະຫຍາຍຕົວຢ່າງບໍ່ຍຸດຢັ້ງ.

    ເນື່ອງໃນໂອກາດຄື້ນວິທະຍຸ CRI FM 93.0 MHz ອອກອາກາດຄົບຮອບ 7 ປີ (19/11/2006-19/11/2013), ຂ້າ
ພະເຈົ້າ ຂໍອວຍພອນວິທະຍຸ CRI FM 93.0 MHz ຈົ່ງປະສົບຜົນສຳເລັດໃນການຈັດທຳລາຍການອອກອາກາດ ແລະ
ສ້າງຄື້ນວະທະຍຸ ໃຫ້ສົມບູນຂື້ນເລື້ອຍໆ.

    ອວຍພອນໄຊອັນປະເສີດ ມາຍັງ ບັນດາສະຫາຍອ້າຍນ້ອງພະນັກງານໃນສະຖານີວິທະຍຸຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມ
ຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກ ງານອັນສະຫງ່າ ແລະ ມີກຽດຂອງພວກສະຫາຍ.

    ອວຍພອນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະນາດຮອບ ດ້ານຍາວນານລະວຫ່າງສອງພັດ, ສອງລັດ
ແລະ ປະຊາຊົນສອງຊາດ ລາວ-ຈີນ ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງບົນຈິດໃຈແຫ່ງຄວາມໝັ້ນຄົງຍາວນານ ຕາມທິດ 4 ດີ
ຈົ່ງແຕກດອກອອກຜົນຍິ່ງໆຂື້ນ.