ຜູ້​ຊ່ຽວຊານ​ກ່າວ​ວ່າ, ລະບົບບໍລິຫານ​ຂອງ​ລັດກ່ຽວ​ພັນ​ເຖິງ​ຫຼາຍ​ຂົງ​ເຂດ​​ເຊັ່ນ​​ເສດຖະກິດ, ການ​ເມືອງ​ເປັນ​ຕົ້ນ

(GMT+08:00) 2013-11-15 19:14:40     cri
ຕາມ​ຂ່າວCRI: ວັນ​ທີ 12 ພະຈິກ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫວາງ​ຢວນຫົງ, ຜູ້​ຊ່ຽວຊານດ້ານ​ເສດຖະກິດມະຫາ​ພາກ​ຂອງ​ສູນຂໍ້​ມູນ​ຂ່າວສານ​​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ລະບົບບໍລິຫານຂອງ​ລັດ​ທີ່​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ສະ​ເໜີ​ອອກ​ໄດ້​ກ່ຽວ​ກັບ​ເຖິງທຸກ​ດ້ານ​​ເຊັ່ນ​ເສດຖະກິດ, ການ​ເມືອງ​ແລະ​ສັງຄົມ​ເປັນ​ຕົ້ນ.

ວັນ​ທີ 12 ພະຈິກ​ນີ້, ກອງ​ປະຊຸມ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ​ໄດ້​ອັດ​ລົງ​ຢູ່​ປັກ​ກິ່ງ, ​ໄດ້​ປະກາດ​ບົດຖະ​ແຫຼ​ງການຂອງ​ກອງ​ປະຊຸມ​ກ່ຽວ​ກັບການ​ລົງ​ເລິກ​ການປະຕິ​ຮູບ​ຢ່າງຮອບດ້ານ. ທ່ານ​ຫວາງ​ຢວນຫົງ​ກ່າວ​ວ່າ, ຖື​ຂົງ​ເຂດ​ເສດຖະກິດ​ເປັນ​​ຕົວຢ່າງ, ລະບົບ​ການ​ເງິນ, ລະບຽບ​ການ​ເງິນ, ລະບຽບການ​ການ​ທະນາຄານ​ແລະ​ລະບຽບການ​ປະກັນ​ສັງຄົມ​ເປັນ​ຕົ້ນ, ​ໄດ້​ປະກອບ​ເຂົ້າ​ເປັນ​ລະບົບ​ໜຶ່ງທີ່ຄົບ​ຖ້ວນ. ດຳ​ເນີນ​ການ​ປະຕິ​ຮູບ​ໃນ​ຂົງ​ເຂດ​ດັ່ງກ່າວ, ບໍ່​ພຽງ​ແຕ່​ສາມາດລຶບລ້າງ​​ປັດ​​ໄຈ​ທີ່​ບໍ່​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ໃນ​ລະບົບ​ທີ່​ມີ​ໃນ​ປັດ​ຈຸ​ບັນ, ​ເທົ່າ​ນັ້ນ​ແຕ່ຍັງ​ສາມາດ​ສ້າງ​ພື້ນຖານ​ທີ່​ດີ​ໃຫ້​ແກ່​ການ​ຍົກ​ສູງ​ຄວາມ​ສາມາດດ້ານການ​ບໍລິຫານຂອງ​ລັດ.

​ໃນ​ເວລາ​ກ່າວ​ເຖິງນະ​ໂຍບາຍ​ການ​ປັບປຸງ​ຂົງ​ເຂດ​ເສດຖະກິດ​ທີ່​ລັດຖະບານ​ຊຸດ​ໃໝ່​ຈະ​ວາງ​ແຜນ​ປະຕິບັດ​ໃນ​ຕໍ່​ໜ້າ, ທ່ານ​ຫວາງຢວນ​ຫົງກ່າວ​ວ່າ, ​ເລື່ອງ​ນີ້​ແມ່ນ​ກ່ຽວ​ພັນ​ເຖິງ​ລະບົບ​ບໍລິຫານແລະ​ຄວາມ​ສາມາດບໍລິຫານຢ່າງ​ໃກ້ຊິດ. ທ່ານ​ຊີ້​ອອກ​ຕື່ມອີກ​ວ່າ, ພາຍຫຼັງ​ມອບ​ສິດ​ການ​ພິຈາລະນາ​ອະນຸມັດ​ການ​ລົງທຶນ​​ໃຫ້​ທ້ອງ​ຖິ່ນແລ້ວ, ລັດຖະບານ​ຈີນ​ໄດ້​ກຳນົດ​ອີກວ່າ, ຂໍ​ແຕ່​ວ່າ​ແມ່ນຂົງ​ເຂດ​ທີ່​ລັດຖະບານ​ບໍ່​ໄດ້​ກຳນົດ​ວ່າ​ບໍ່​ສາມາດ​ລົງທຶນ​ນັ້ນ, ​ລ້ວນ​ແຕ່​​ໄດ້​ເປີດ​ປະຕູ​ຕໍ່​ທຶນ​ເອກະ​ຊົນ, ນີ້​ແມ່ນ​ການ​ປ່ຽນ​ແປງ​ໃຫຍ່​ທີ່​ສຸດ​ດ້ານ​ທັດສະນະ​ເມື່ອ​ທຽບ​ກັບ​ເມືອ​ກ່ອນ. ຈີນ​ໄດ້​ສຳ​ເລັດການ​ປະຕິ​ຮູບ​ໃນ​ຂົງ​ເຂດ​ສິນຄ້າ​ໃນ​ຂັ້ນ​ພື້ນຖານ​ແລ້ວ, ​ແຕ່​ການ​ປະຕິ​ຮູບ​ໃນ​ດ້ານ​ປັດ​ໄຈ​ ​ການ​ຜະລິດ, ລວມທັງ​ອັດຕາ​ດອກ​ເບັ້ຍ, ອັດຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ແລະ​ຕະຫຼາດ​ຕົ້ນ​ທຶນ​ເປັນຕົ້ນ​ຍັງ​ຫຼ້າ​ຫຼັງ​ຢູ່, ນີ້​ແມ່ນ​ຂົງ​ເຂດ​ສຳຄັນ​ທີ່​ຕ້ອງດຳ​ເນີນ​ການ​ປະຕິ​ຮູບ​ໃນ​ອະນາຄົດ.