ກົດໝາຍ​ວ່າ​ດ້ວຍ​ກອງ​ປ້ອງ​ກັນ​ຕົວ​ຍີ່ປຸ່ນ​ສະບັບ​ປັບປຸງ​ເລີ່​ມມີ​ຜົນບັງຄັບ​ໃຊ້​ພາຍຫຼັງ​ໄດ້​ຮັບ​ການຮັບຮອງຈາກ​ສະພາ​ສູງ​ຍີ່ປຸ່ນ​

(GMT+08:00) 2013-11-15 16:43:05     cri

ສະພາ​ສູງ​ຍີ່ປຸ່ນ​ໄດ້​ຮຽກ​ໄຂ​ກອງ​ປະຊຸມຄົບ​ຄະນະ​​ໃນຕອນ​ເຊົ້າວັນ​ທີ 15 ພະຈິກ​ນີ້, ​ໂດຍ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ກອງ​ປ້ອງ​ກັນ​ຕົວ​ຍີ່ປຸ່ນ​ສະບັບ​ປັບປຸງ ​ເຊິ່ງ​ໃນ​ກົດໝາຍ​ສະບັບ​ປັບປຸງ​ໄດ້​ກຳນົດ​ໄວ້​ວ່າ, ກອງ​ປ້ອງ​ກັນ​ຕົວ​ສາມາດ​ນຳ​ສົ່ງ​ຄົນ​ຍີ່ປຸ່ນ​ຢູ່​ຕ່າງປະ​ເທດ​ທີ່​ປະສົບ​​ເຫດການ​ສຸກ​ເສີນ ​ໂດຍ​ຜ່ານ​ທາງບົກ​ໄດ້.

ອີງຕາມ​ກົດໝາຍ​ສະບັບ​ປັບປຸງ, ​ເວລາ​ປະສົບ​ເຫດການ​ສຸກ​ເສີນ​ຢູ່​ຕ່າງປະ​ເທດ, ກອງ​ປ້ອງ​ກັນ​ຕົວ​ສາມາດ​ໃຊ້​ລົດຍົນ​ນຳ​ສົ່ງ​ຄົນ​ຍີ່ປຸ່ນ​ໂດຍ​ຜ່ານ​ທາງບົກ​ໄດ້, ​​ເຊິ່ງເປົ້າໝາຍ​ນຳ​ສົ່ງນອກຈາກ​ຄົນ​ຍີ່ປຸ່ນ​ແລະ​ຄົນ​ຕ່າງປະ​ເທດ​ທີ່ "ຕ້ອງການ​ປົກ​ປ້ອງ"​ ແລ້ວ, ຍັງ​​​ໄດ້ເພີ່ມ​ "ຄອບຄົວ​ຂອງ​ເຂົາ​ເຈົ້າ​ແລະບຸກຄົນທີ່​ກ່ຽວຂ້ອງອື່ນໆ" ນຳ​ອີກ, ​ເງື່ອນ​ໄຂ​ການ​ນຳ​ສົ່ງ​ແມ່ນພາຍ​ໃຕ້ "ສະພາບ​ການ​ທີ່​ສາມາດນຳ​ສົ່ງຢ່າງ​ປອດ​ໄພ​ໄດ້".

"ກົດໝາຍ​ວ່າ​ດ້ວຍ​ກອງ​ປ້ອງ​ກັນ​ຕົວ" ສະບັບ​ນຳ​ໃຊ້​ໃນ​ປັດຈຸບັນ ​ໄດ້​ລະບຸ​ໄວ້​ວ່າ: ​ໃນ​ເວລາ​ເກີດ​​ເຫດການສຸກ​ເສີນຢູ່​ຕ່າງປະ​ເທດ, ກອງ​ປ້ອງ​ກັນ​ຕົວ​ສາມາດ​ນຳ​ໃຊ້​ຍົນ ​ແລະ ​ເຮືອ​ເພື່ອ​ນຳ​ສົ່ງ​ຄົນ​ຍີ່ປຸ່ນ, ​ເຊິ່ງ​ເປົ້າໝາຍ​ນຳ​ສົ່ງ​ແມ່ນ​ຄົນ​ຍີ່ປຸ່ນ ​ແລະ ຄົນ​ຕ່າງປະ​ເທດ​ທີ່ "ຕ້ອງການ​ປົກ​ປ້ອງ".