ຮອງ​ຫົວໜ້າສະ​ຖາ​ບັນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ສາກົນ​ຂອງ​ໂຮງຮຽນພັກສູນ​ກາງ​ຈີນ​ຕີ​ຄວາມ​ໝາຍ​ຕໍ່ແຜນການ​ປະຕິ​ຮູບ​ຮອບດ້ານ​ແລະ​ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ

(GMT+08:00) 2013-11-15 17:42:38     cri

ກອງ​ປະ​ຊຸມຄົບ​ຄະນະຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 3 ສະ​ໄໝ​ທີ 18 ​ໄດ້​ອັດ​ລົງ​ແລ້ວ​ໃນວັນ​ທີ 12 ພະຈິກ​ນີ້. ​ໃນ​ກອງ​ປະຊຸມ​ຄັ້ງນີ້​ໄດ້​ຮັບ​ຟັງ ແລະ ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ທີ່​ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ, ​ເລຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ​ໄດ້​ພິຈາລະນາ​ແລະ​ຮັບຮອງ​ເອົາ "ຂໍ້​ຕົກລົງ​ຂອ​ງສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່ຽວ​ກັບ​ບາງ​ບັນຫາ​ສຳຄັນ​ໃນ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບ​ດ້ານ". ທ່ານ​ໂຈ່​ວທ່ຽນ​ຢົງ, ຮອງ​ຫົວໜ້າສະ​ຖາ​ບັນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ສາກົນ​ຂອງ​ໂຮງຮຽນພັກສູນ​ກາງ​ຈີນ ​ໄດ້ຕີ​ຄວາມ​ໝາຍ​ຕໍ່​ຈິດ​ໃຈ​ຂອງ ກອງ​ປະ​ຊຸມຄົບ​ຄະນະຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 3 ສະ​ໄໝ​ທີ 18.

​ໃນ​ເວລາ​ກ່າວ​ເຖິງ​ແຜນການ​ປະຕິ​ຮູບ​ຢ່າງຮອບດ້ານທີ່​ໄດ້​ສະ​ເໜີ​ອອກ​ໃນ​ກອງ​ປະຊຸ​ມ ຄັ້ງນີ້, ທ່ານ​ໂຈ່​ວທ່ຽນ​ຢົງ ກ່າວ​ວ່າ, ​ແຜນການ​ນີ້​ມີ​ຈຸດ​ຮຸ່ງ​ໃສ 3 ຈຸດ ​ແລະ​ຂໍ້​ຫຍຸ້ງຍາກ​ 3 ຂໍ້. ຈຸດ​ຮຸ່ງ​ໃສ​ທີໜຶ່ງ​ແມ່ນ​​​ເປັນແບບຮອບດ້ານ, ສັງລວມ ​ແລະ ປະສານ​ກົມກຽວ​ກັນ. ສອງ​ ​ເປັນ​ແຜນ​ປະຕິ​ຮູບໄລຍະ​ຍາວ, ຄື​ໄລຍະ 10 ປີ, ຫຼືວ່າ​ຢ່າງ​ໜ້ອຍ​​​ເປັນໄລຍະ 7 ປີ. ສາມ​ແມ່ນ​ການ​ປະຕິ​ຮູບ​ເທື່ອ​ນີ້​ໄດ້​ປະສົບ​ບັນຫາ​ຍິ່ງມີ​ຄວາມ​ສັບສົນ​ກວ່າ, ຍາກ​ກວ່າ, ຕ້ອງ​ມີ​ການ​ບຸກທະລຸ​ໃນ​ບາງ​ດ້ານ.

ກ່ຽວ​ກັບ​ຂໍ້​ຫຍຸ້ງຍາກ​ທີ່​ຕ້ອງການ​ປະສານ​ງານ​ນັ້ນ, ທ່ານ​ໂຈ່​ວທ່ຽນ​ຢົງ ກ່າວ​ວ່າ: ຂໍ້​ທຳ​ອິດ​ແມ່ນ​ກຳລັງ​ກີດຂວາງ​ຕໍ່​ການ​ປະຕິ​ຮູບ, ​ເຊັ່ນ: ທ່ານ​ເລຂາທິການ​ໃຫຍ່ ​ແລະ ທ່ານ​ນາຍົກລັດຖະມົນຕີ​ໄດ້​ກ່າວ​ໃນຫຼາຍກໍລະນີວ່າ ​ຕ້ອງ​ທຳລາຍ​ບາງຮົ້ວປ້ອງ​ກັນ​ຜົນ​ປະ​ໂຫຍ​ດ. ຂໍ້​ຫຍຸ້ງຍາກ​ທີສອງ ກໍ​ແມ່ນ​ເທື່ອ​ນີ້​ໄດ້​ກ່າວ​ເຖິງ​ຕ້ອງ​ຍົກ​ລະດັບການ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂຶ້ນຮອດ​ລະດັບ​ສູງ​ກວ່າ​ເກົ່າ, ຕ້ອງ​ເຊື່ອມ​ຈອດ​ກັບ​ໂຄງ​ປະກອບ​​ສາກົນຈຳນວນ​ໜຶ່ງ​. ຂໍ້​ຫຍຸ້ງຍາກ​ທີ​ສາມ ກໍຄື​ແນວ​ຄວາມ​ຄິດ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ການ​ປະຕິ​ຮູບ, ​ແນວ​ຄິດ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົດ​ປ່ອຍຫຼືບໍ່, ​ໃນບົດ​ຖະ​ແຫຼງ​ການ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງນີ້ ກໍ​ໄດ້​ສະ​ເໜີ​ວ່າ​ຕ້ອງ​​ກ້າຫານ​ຕື່ມອີກ, ​​ເວົ້າ​ໃນ​ດ້ານ​ນີ້​ແລ້ວກໍ​ຕ້ອງ​ມີ​ທັດສະນະ ​ແລະ ຈິດ​ສຳນຶກ​ຂຶ້ນມາ​ພ້ອມ, ກໍ​ຕ້ອງ​ມີ​ຄວາມ​ຮັບ​ຮູ້​​ເປັນ​ເອກະສັນ​ກັນ​ຕໍ່​ບົດ​ຖະ​ແຫຼງ​ການ​ຂອງ​ກອງ​ປະຊຸມ ​ແລະ ຂໍ້​ຕົກລົງ​ຂອງ​ສູນ​ກາງ.​

ໃນ​ເວລາ​ກ່າວ​ເຖິງ​ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ, ທ່ານ​ໂຈ່​ວ ທ່ຽນ​ຢົງ ຊີ້​ອອກ​ວ່າ: ສິ່ງ​ທີ່​ເປັນ​ໃຈກາງ​ແມ່ນ​ຕ້ອງ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ລັດຖະບາ​ນກັບ​ຕະຫຼາດ​ໃຫ້​ດີ, ຕ້ອງ​ໃຫ້​ຕະຫຼາດ​ເສີມ​ຂະຫຍາຍ​ບົດບາດ​​ໃຫຍ່​ຫຼວງກວ່າ​ເກົ່າ​ອີກ. ທ່າ​ນ​ໂຈ່​ວ ທ່ຽນ​ຢົງ ກ່າວ​ຕໍ່​ໄປ​ວ່າ: ​ເທື່ອ​ນີ້​ມີ​ການ​ບຸກທະລຸ​ໃນບາງ​ດ້ານ, ໜຶ່ງ​ແມ່ນ​ສະ​ເໜີ "ຄວາມມີຊີວິດຊີວາ" ຕໍ່​ເສດຖະກິດ​ພາກ​ລັດ, ​ເຊິ່ງ​​ເປັນ​ການແຕກ​ຕ່າງ​ກັນ​ກັບ​​ແຕ່​ກ່ອນ. ສອງ, ​ໄດ້​ສະ​ເໜີ​ວ່າ ຕ້ອງ​ກະ​ຕຸ້ນ​ຄວາມ​ມີ​ຊີວິດ​ຊີວາ​ແລະ​ຫົວຄິດ​ປະດິດ​ສ້າງ​ຂອງພາກສ່ວນ​ເສດຖະກິດ​ທີ່​ບໍ່​ແມ່ນ​ຂອງ​ລັດ. ນອກ​ນີ້ ຍັງ​ໄດ້​ສະ​ເໜີ​ລະບຽບ​ການ​ປົກ​ປ້ອງສິດ​ຕໍ່​ຊັບ​ສົມບັດ ​ແລະ ​ເສດຖະກິດ​ກຳມະສິດ​ປະສົມ. ​ໃນ​ບົດ​ຖະ​ແຫຼງ​ການ​ຂອງ​ກອງ​ປະຊຸມ ​ໄດ້​ສະ​ເໜີ​ເປັນຄັ້ງທຳ​ອິດ​ກ່ຽວ​ກັບ​ເສດຖະກິດ​ກຳມະສິດ​ປະສົມ, ນັ້ນກໍ​ຄື: ​ໃນ​ຕໍ່ໜ້າ​ ​ເສດຖະກິດ​ພາກ​ລັດ​ກໍ​ອາດ​ຈະ​ມີ​ຫຸ້ນ​ສ່ວນ​ຂອງ​ພາກ​ເອກະ​ຊົນ. ນອກ​ນີ້, ຕະຫຼາດທີ່​ດິນ​ທີ່​ໃຊ້​ໃນ​ການ​ກໍ່ສ້າງ​ທີ່​ເປັນ​ເອກະ​ພາບ​ກັນ​ລະຫວ່າງ​ຕົວ​ເມືອງ​ກັບ​ຊົນນະບົດ, ການ​ດັດສົມ​ຄວບ​ຄຸມ​ມະຫາ​ພາກ​ຕາມຫຼັກວິທະຍາສາດ ​ແລະ ການ​ທີ່ຕ້ອງມີລະບົບ​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ກວ້າງຂວາງ​ກວ່າ​ເກົ່າ ທີ່​ໄດ້​ສະ​ເໜີ​ອອກ​ໃນ​ກອງ​ປະຊຸມ​ຄັ້ງນີ້ ກໍລ້ວນ​ແຕ່​ມີ​ເນື້ອ​ໃນ​ສຳຄັນຫຼາຍ.