ສປຊ ກ່າວ​ວ່າ ການ​ກູ້​ໄພ​ຂອງ​ຟິລິບ​ປິນຕ້ອງ​ເລັ່ງລັດ​ໄວ​ຂຶ້ນອີກ

(GMT+08:00) 2013-11-15 18:45:46     cri

ໜັງສືພິມ "ຫຼຽນ​ເຫີ​ຈາວ​ປ້າວ" ຂອງ​ສິງກະ​ໂປ ລາຍ​ງານ​ວ່າ: ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງມະນີ​ລາ​ຂອງຟິລິບ​ປິນ​ໃນ​ວັນ​ທີ 14 ພະຈິກ​ນີ້, ທ່ານ​ວາ​ເລຣີ ອາ​​ໂມ​ສ, ຮອງ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ຮັບຜິດຊອບ​ວຽກ​ງານ​ສິດທິ​ມະນຸດ ​ໄດ້​ຮັບຮອງ​ວ່າ, ການ​ເຄື່ອນ​ໄຫວ​ກູ້​ໄພ​ຂອງ​ຟິລິບ​ປິນ​ດຳ​ເນີນ​ຊ້າ​ໂພດ.

ທ່ານ​ອາ​ໂມ​ສ ກ່າວ​ວ່າ: ຍ້ອນ​ເຂດ​ປະສົບ​ໄພ​ລົມພາຍຸ​ເປັນ​ບໍລິ​ເວນ​ກວ້າງຂວາງ, ການ​ຂົນ​ສົ່ງ​ເຄື່ອງ​ສົງ​ເຄາະ​ມີ​ຄວາມ​ຫຍຸ້ງຍາກ, ທີ​ມຊ່ວຍ​ເຫຼືອກູ້​ໄພ​ຍັງ​ບໍ່​ສາມາດ​​ເຂົ້າໄປ​ເຖິງ​ເຂດ​ປະສົບ​​ໄພ​ໃນຫຼາຍບ່ອນ​ໄດ້​ເທື່ອ. ຫວັງ​ວ່າສະພາບ​ນີ້​ຈະ​ສາມາດ​ມີ​ການ​ປ່ຽນ​ແປງ​ໄດ້​ຢ່າງ​ເດັ່ນ​ຊັດ​ພາຍ​ໃນ 48 ຊົ່ວ​ໂມງ​ຂ້າງ​ໜ້າ​ນີ້.

ຂ່າວ​ແຈ້​ງວ່າ, ​ໄພພິບັດ​ຈາກ​ລົມພາ​ຍຸ​ໄຕ້​ຝຸ່ນ​ເທື່ອ​ນີ້​ໄດ້​ຜ່ານ​ໄປ​ເປັນ​ເວລາ 7 ມື້​ແລ້ວ, ​ແຕ່ປະຊາຊົນ​ຜູ້​ປະສົບ​ໄພ​ຈຳນວນຫຼາຍກໍຍັງ​ບໍ່​ທັນ​ໄດ້ຮັບການ​ຊ່ວຍ​ເຫຼືອ​ເທື່ອ, ຮອດ​ວັນ​ທີ 14 ຫາ​ກໍ​ເລີ່​ມ​ເກັບ​ມ້ຽນ​ແລະ​ຝັງ​ສົບຜູ້​ເສຍ​ຊີວິດ​​ໃນ​ໄພ. ລັດຖະບານ​ຟິລິບ​ປິນທີ່​ນຳພາ​ໂດຍ​ປະທານາທິບໍດີ​ອາ​ກີ​ໂນສາມ ​ໄດ້​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ແລະ​ຄຳ​ຕຳນິນັບ​ມື້​ນັບ​ແຮງ. ​ມາ​ຮອດ​ວັນ​ທີ 14 ພະຈິກ​ນີ້, ຈຳນວນ​ຜູ້​ເສຍ​ຊີວິດ​ທີ່​ລັດຖະບານ​ຟິລິບ​ປິນປະກາດ​ນັ້ນ​ແມ່ນ 2357 ຄົນ, ​ແຕ່​ຈຳນວນຜູ້​ເສຍ​ຊີວິດ​ຍັງ​ອາ​ດຈະ​ເພີ່ມ​ຂຶ້ນອີກຢ່າງ​ເດັ່ນ​ຊັດ. ພະນັກງານ​ອົງການ​ສະຫະປະຊາ​ຊາດ ​ແລະ ​ເຈົ້າໜ້າ​ທີ່​ຟິລິບ​ປິນຄາດ​ຄະ​ເນ​ວ່າ, ຜູ້​ເສຍ​ຊີວິດ​ໃນ​​ໄພພິບັດ​ເທື່ອ​ນີ້​ອາດ​ຈະ​ມີ​ເກືອບ​ໜຶ່ງ​ໝື່ນ​ຄົນ.