ຈີ​ນກັບ​ຫວຽດນາມ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​​ເອກະສັນ​ກັນ​ກ່ຽວ​ກັບ​ການ​ກະກຽມ​ສ້າງ​ຕັ້ງກົນ​ໄກ​ໜ່ວຍ​ງານ​ປຶກສາ​ຫາລື​ການ​ພັດທະນາທາງ​ທະ​ເລຮ່ວມ​ກັນ​

(GMT+08:00) 2013-11-15 11:00:44     cri
ເພື່ອ​ຈັດ​ຕັ້ງ​ປະຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​​ເອກະສັນ​ກັນ​ກ່ຽວ​ກັບ​ການ​ຮ່ວມ​ກັນ ​ພັດທະນາ​​ແລະຮ່ວມ​ມືທາງ​ທະ​ເລ​ລະຫວ່າງຈີ​ນກັບ​ຫວຽດນາມທີ່​ບັນລຸ​ໃນ​ໄລຍະ​ທີ່​ທ່ານ​ຫລີ​ເຄີ້ສ໋ຽງ, ນາຍົກລັດຖະມົນຕີ​ຈີນຢ້ຽມຢາມ​ຫວຽດນາມ ​ແລະ​ກະກຽມ​ກອງປະຊຸມ​ຄົບ​ຄະນະຂອງ​ຄະນະ​ຜູ້​ແທນ​ເຈລະຈາ​ບັນຫາຊາຍ​ແດນ​ລັດຖະບານ​ລະຫວ່າງຈີນ-​ຫວຽດນາມທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້, ທ່ານ​ຢີ້ຊ່ຽນ​ຫລຽງ, ຮອງ​ຫົວໜ້າ​ກົມວຽກ​ງານ​ຊາຍ​ແດນ​​ແລະ​ທະ​ເລ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກັບ​ທ່ານ​ເຈິ​ນດຸ​ຍຫາຍ, ຮອງ​ຫົວໜ້າ​ກໍາມາ​ທິການ​ຊາຍ​ແດນ​ແຫ່ງ​ຊາດ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ໄດ້​ຈັດ​ກອງ​ປະຊຸມປຶກສາ​ຫາລື​ວຽກ​ງານ​ຢູ່​ນະຄອນຫລວງ​ຮາ​ໂນ້ຍຂອງ​ຫວຽດນາມ​ໃນ​ວັນ​ທີ 14 ພະຈິກ​ນີ້, ສອງ​ຝ່າຍໄດ້​ບັນລຸ​ຄວາ​ມຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ກ່ຽວກັບ​ການ​ສ້າງ​ຕັ້ງກົນ​ໄກ​ແລະ​ຂອບ​ຂອງ​ໜ່ວຍ​ງານ​ປຶກສາ​ຫາລື​ການຮ່ວມ​ກັນ​ພັດທະນາ​​ແລະຮ່ວມ​ມືທາງ​ທະ​ເລຈີ​ນ-ຫວຽດນາມ ​ແລະ​ວຽກ​ງານ​ອື່ນໆ​ທີ່​ກ່ຽວຂ້ອງ.