ການ​ຈອດ​ລົດ​​ຜິດ​ກົດຈະລາຈອນ​ຢູ່​ນະຄອນຫລວງ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ​ຈະ​ຖືກຍຶດເອົາ​ປ້າຍ​ລົດ

(GMT+08:00) 2013-11-15 11:23:27     cri

​ຍ້ອນ​ວ່າ​ບັນຫາການ​ຈອດ​ລົດ​ແບບ​ຜິດ​ກົດຈະລາຈອນ​ຢູ່​ນະຄອນຫລວງ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ​ນັບ​ມື້​ນັບ​ຮ້ານ​ແຮງ​ຂຶ້ນ, ເມື່ອ​ບໍ່ດົນມາ​ນີ້, ອົງການ​ປົກຄອງທ້ອງ​ຖິ່ນ​ໄດ້ຕັດສິນ​​ໃຈ​ຈະຍຶດ​ເອົາ​ປ້າຍ​ລົດຂອງ​ລົດຍົນ​ທີ່​ຈອດ​​ຜິດ​ກົດຈະລາຈອນ.

ນັບ​ຕັ້ງ​ແຕ່​ວັນ​ທີ 12 ພະຈິກ​ນີ້​ເປັນ​ຕົ້ນ​ມາ, ​ເຈົ້າ​ໜ້າ​ທີ່​ໄດ້ຍຶດເອົາ​ປ້າຍ​ລົດທີ່​ຈອດ​​ຜິດ​ກົດຈະລາຈອນ 206 ປ້າຍ, ​ເຈົ້າ​ຂອງ​ລົດ​ຕ້ອງ​ໄປ​ຈ່າຍ​ເງິນ​ປັບ​ໃໝ​ຢູ່​ກົມ​ຕໍາຫລວດ​ທີ່​ຢູ່ໃກ້ຄຽງ ​ແລ້ວ​​ໄປ​ເອົາ​ປ້າຍ​ລົດ​ຢູ່​ກົມ​ຄຸ້ມ​ຄອງ​ການ​ຈະລາ​ຈອນ. ເງິນ​ປັບ​ໃໝ​ອາດ​ຈະ​ສູງ​ເຖິງ 5 ​ແສນຣູ​ເປຍ​ອິນ​ໂດ​ເນ​ເຊຍ ​ເທົ່າ​ກັບ​ປະມານ 43 ​ໂດ​ລາ.