ນັກວິຊາການ​ວິເຄາະເນື້ອໃນສໍາຄັນ​ກອງປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ກ​ອມມູນິດ​ຈີ​ນ:ຊຸກຍູ້​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ລະບົບ​ບໍລິຫານ​ປະ​ເທດ ການ​ສ້າງ​ຕັ້ງ​ລະບົບ​ຮັກສາ​ສິ່ງ​ແວ​ດລ້ອ​ມຕ້​ອງປະຕິບັດ​ຢ່າງ​ທັນ​ທີ

(GMT+08:00) 2013-11-15 16:42:42     cri

ວັນ​ທີ 12 ພະຈິກ​ນີ້, ​ ​​ໃນ​ເວລາ​ວິ​ເຄາະ​ເນື້ອ​ໃນຈິດ​ໃຈຂອງກອງປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ກ​ອມມູນິດ​ຈີ​ນຕາມ​ຄໍາ​ເຊື້ອ​ເຊີນ, ທ່ານ​ຊົ້ງ​ເຊີ້​ໝິງ, ສ.ຈ. ພະ​ແນ​ກສຶກສາ​​ແລະ​ຄົ້ນຄວ້າ​ສາ​ທາ​ລະນະ​ບໍລິຫານ​ສະ​ຖາ​ບັນການ​ບໍລິຫານ​ແຫ່ງ​ຊາດ​ຈີນຊີ້​ອອກ​ວ່າ, ການປະຕິ​ຮູບ​ດ້ານ​ລະບົບ​ການ​ບໍລິຫານ​ແມ່ນ​ເນື້ຶອ​ໃນສໍາຄັນ​ຂອງ​ການ​ປະຕິ​ຮູບ​ດ້ານ​ລະບອບ​ການ​ເມືອງ, ການ​ປະຕິ​ຮູບດ້ານລະບົບ​ການ​ຮັກສາ​ແລະ​ບໍລິຫານ​ສິ່ງ​ແວ​ດລ້ອ​ມຕ້​ອງປະຕິບັດ​ຢ່າງ​ທັນ​ທີ.

ທ່ານ ຊົ້ງ​ເຊີ້​ໝິງກ່າວ​ວ່າ, ການ​ຮັກສາ​ຄວາມ​ສັກສິດຂອງ​ລັດຖະທໍາ​ມະນູນ​ແລະ​ກົດໝາຍ​ທີ່​ສະ​ເໜີ​​ໃນກອງປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ​ໄດ້​ຮັບປະກັນ​ການ​ປະຕິບັດ​ສິດ​ພິພາກສາ ​ແລະ​ສິດ​ໄອ​ຍະ​ການ, ປັບປຸງ​ລະບົບ​ຕຸລາການຮັບປະກັນ​ສິດ​ທິມະນຸດ​, ​ເປັນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ປະຕິ​ຮູບ​ດ້ານ​ລະບົບການ​ເມືອງ​ໃນກອງປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18. ສ່ວນ​ການ​ປະຕິ​ຮູບ​ດ້ານ​ລະບົບ​ການ​ບໍລິຫານ​ເປັນ​​ເນື້ອ​ໃນ​ສໍາຄັນ​ຂອງການ​ປະຕິ​ຮູບ​ດ້ານ​​ໂຄງ​ປະກອບການ​ເມືອງ. ​ຈຸດ​ພົ້ນ​ເດັ່ນຂອງການ​ປະຕິ​ຮູບ​ດ້ານ​​ໂຄງ​ປະກອບການ​ບໍລິຫານ​ແມ່ນ​ດໍາ​ເນີນ​ການ​ບໍລິຫານ​ລັດຖະບານ​ຢ່າງ​ມີ​ປະສິດທິ​ຜົນ​, ຊຸກຍູ້​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ໂຄງ​ປະກອບບໍລິຫານ​ປະ​ເທດ​ແລະ​ຄວາມ​ສາມາດ​ດ້ານ​ການ​ບໍລິຫານ.

ທ່ານຊົ້ງ​ເຊີ້​ໝິງ​ເຫັນ​ວ່າ, ທໍາ​ອິດ​ຕ້ອງ​ຫັນ​ປ່ຽນ​ພາ​ລະ​ບົດບາດ​ຂອງ​ລັດຖະບານ​ຢ່າງ​ແທ້​ຈິງ, ຫັນ​ປ່ຽນ​ພາລະ​ໜ້າ​ທີ່​ຂອງ​ລັດຖະບານ​ໃຫ້​ສາມາດ​ຮັກສາຄວາມ​ຍຸຕິ​ທໍາ​ແລະ​ຄວາມ​ເປັນ​ທໍາ​ຂອງສັງ​ຄົມ​ໃຫ້​ດີ​ກວ່າ​ເກົ່າ, ສ້າງ​ສະ​ພາບ​ແວດລ້ອມ​ດ້ານ​ການ​ພັດທະນາ​ທີ່ດີກ​ວ່າ​ເກົ່າ, ​ອໍາ​ນວຍການ​ບໍລິຫານສາທາລະນະ​ທີ່​ດີກ​ວ່າ​ເກົ່າ. ຕໍ່​ການ​ປະດິດ​ສ້າງ​ຮູບ​ການ​ບໍລິຫານ, ທ່ານຊົ້ງ​ເຊີ້​ໝິງ​ເຫັນ​ວ່າ, ກົດໝາຍ​ກໍານົດ​ພາລະ​ບົດບາດ, ກົດໝາຍ​ກົດ​ນົດການ​ກະທໍາ, ກົດໝາຍ​ກໍານົດ​ລະບຽບ​ການ​ແລະກົດໝາຍ​ກໍານົດ​ຄວາມ​ຮັບຜິດຊອບ​ຂອງອໍານາດ​ເປັນ​ໜ້າ​ທີ່​ສໍາຄັນ​ຂອງ​ການ​ປະຕິ​ຮູບ​ດ້ານ​​ໂຄງ​ປະກອບການ​ບໍລິຫານ​ຂອງ​ຈີນ. ທ່ານຊົ້ງ​ເຊີ້​ໝິງ​ເຫັນ​ວ່າ, ການ​ບໍລິ​ຫານ​ຂອງ​ລັດຖະບານ​ຈີນ​ກໍາລັງ​ກ້າວຈາ​ກສາທາລະນະບໍລິຫານຕັ້ງ​ເດີມ​ຫັນ​ເປັນ​ສາທາລະນະຄຸ້ມ​ຄອງ​ເທື່ອ​ລະ​ກ້າວ.

ເມື່ອ​​ເວົ້າ​ເຖິງ​ການ​ສ້າງ​ຕັ້ງ​ລະບົບ​ສິວິ​ໄລ​ດ້ານ​ຊີ​ວ​ະພາບ​ອັນ​ຄົບ​ຖ້ວນ​ເພື່ອ​ຮັກສາ​ຊີວະ​ພາບ​ແລະ​ສິ່ງ​ແວດ​ລ້ອ​ມ​​ໂດຍ​ລະບົບ, ທ່ານຊົ້ງ​ເຊີ້​ໝິງກ່າວ​ວ່າ, ​ເພື່ອ​ຮັກສາຊີວະ​ພາບ​ແລະ​ສິ່ງ​ແວດ​ລ້ອ​ມ​​​ໃຫ້​ດີກ​ວ່າ​ເກົ່າ​ແລະປັບປຸງ​ລະບົບ​ຮັກ​ສາ​ແລະ​ຄຸ້ມ​ຄອງ​ຊີວະ​ພາບ​ແລະ​ສິ່ງ​ແວດ​ລ້ອ​ມ, ການສ້າງ​ຕັ້ງ​ລະບົບ​ຮັກສາ​ສິ່ງ​ແວ​ດລ້ອ​ມຕ້​ອງປະຕິບັດ​ຢ່າງ​ທັນ​ທີ. ການ​ຮັກສາ​ຊີວະ​ພາບ​ແລະ​ສິ່ງ​ແວ​ດລ້ອມ​ເປັນ​ບັນຫາ​ດ້ານ​ການ​ເມືອງ, ​ເປັນ​ບັນຫາ​ດ້ານ​ຊີວິ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ເປັນ​ບັນຫາ​ດ້ານ​ເຕັກນິກ​ວິທະຍາສາດ.

ທ່ານຊົ້ງ​ເຊີ້​ໝິງ​ເຫັນ​ວ່າ, ການ​ປະຕິ​ຮູບ​ດ້ານ​ລະບົບ​ຄຸ້ມ​ຄອງ​ແລະຮັກສາຊີວະ​ພາບ​ຕ້ອງ​ໃຊ້​ນະ​ໂຍບາຍ​ຫລາຍ​ຢ່າງ, ​ໃນ​ນັ້ນ, ​ມີ 2 ຈຸດ​​ແມ່ນສໍາຄັນ​ທີ່​ສຸດ, ທີໜຶ່ງ​, ລະບົບນິຕິບັນຍັດກໍຕ້ອງ​ປັບປຸງ​ໄປ​ພ້ອມ​ກັນ, ທີ​ສອງ, ລັດຖະບານ​ຕ້ອງ​ຈັດ​ວາງ​ຢ່າງ​ເອກະ​ພາບ​ແລະ​ປະສານ​ສົມທົບ​ສັງ​ລວມ.

ວັນ​ທີ 12 ພະຈິກ​ນີ້, ​ກອງປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ກ​ອມມູນິດ​ຈີ​ນ​ໄດ້​ອັດ​ລົງ​ແລ້ວ. ກ​ອງປະ​ຊຸມ​ຄັ້ງ​ນີ້​ໄດ້​ພິຈາລະນາ​ແລະ​ຮັບຮອງ ຂໍ້​ຕົກລົງ​ກ່ຽວ​ກັບ​ບັນຫາ​ສໍາຄັນ​ໃນ​ການ​ລົງ​ເລິ​ກການ​ປະຕິ​ຮູບ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ.