ຈຳນວນຜູ້ເສຍ​ຊີວິດ​ໃນ​ພາ​ຍຸ​ໄຕ້​ຝຸ່ນທີ່​ຟິລິບ​ປິນ​​ເພິ່ນ​ຂຶ້ນ​ເປັນ 4460 ຄົນ ການ​ຄົມມະນາຄົມ​ເປັນ​ອຳມະພາດ​ພາ​ໃຫ້ການ​ຊ່ວຍ​ເຫຼືອກູ້​ໄພ​ຄືບ​ໜ້າ​ຊັກ​ຊ້າ

(GMT+08:00) 2013-11-16 14:07:53     cri

ຮອດ​ວັນ​ທີ 15 ພະຈິກ​ນີ້, ພາຍຸ​ໄຕ້​ຝຸ່ນ "​ໄຮ​ຢ້ຽນ" ພັດ​ຖະຫຼົ່ມຟິລິບ​ປິນ​ໄດ້​ຜ່ານ​ໄປ 7 ວັນ​ແລ້ວ, ມາ​ຮອດ​ປັດຈຸບັນ, ຜູ້​ເສຍ​ຊີວິດ​ໃນ​​ໄພພິບັດ​ຄັ້ງນີ້​ໄດ້​ມີ​ເຖິງ 4460 ຄົນ, ຫຼາຍກວ່າ 3800 ຄົນ​ບາດ​ເຈັບ, ມີ 110 ກວ່າ​ລ້ານ​ຄົນ​ໄດ້ຜົນ​ກະທົບ​ຈາກ​​ໄພ, ປະມານ 6 ​ແສນ 7 ໝື່ນ​ຄົນ​ບໍ່​ມີ​ບ່ອນຢູ່​ອາ​ໄສ. ປັດຈຸບັນ​ນີ້, ​ເຂດ​ປະສົບ​ໄພ​ຍັງ​ຢູ່​ໃນ​ສະພາບ​ຫຍຸ້ງຍາກ​ລຳບາກ​ທີ່​ສຸດ, ​ແຕ່​ຄຽງ​ຄູ່​ກັບ​ການ​ຄົມມະນາຄົມ​ຂົນ​ສົ່ງ​ໄດ້​ຄ່ອຍໆ​ຟື້ນ​ຟູ​ຂຶ້ນ, ການ​ຊ່ວຍ​ເຫຼືອກູ້​ໄພ​ກໍ​​ມີ​ຄວາມ​ຄືບ​ໜ້າ​​ຢ່າງ​ຊັກ​ຊ້າ.

ວັນ​ທີ 15 ພະຈິກ​ນີ້, ທ່ານຣີຊາດ ​ກໍ​ເດນ, ປະທານ​ສະພາກາ​ແດງ​ຟິລິບ​ປິນ ກ່າວ​ວ່າ: ​ເທື່ອ​ນີ້​ແມ່ນ​ໄພພິບັດ​ທີ່​ໃຫຍ່ທີ່​ສຸດ​​ໃນ​ປະຫວັດ​ຟິລິບ​ປິນ, ​ເຊິ່ງບໍ່​ມີ​ໃຜ​ສາມາດ​ຄາດ​ຄະ​ເນ​ຜົນ​ກະທົບໄດ້, ​ຍ້ອນ​ວ່າເຂດ​ປະສົບ​ໄພ​ແມ່ນ​ເຂດໝູ່​​ເກາະ, ສະນັ້ນ​ໄດ້​ທຳລາຍ​ການ​ຄົມມະນາຄົມ​ລະຫວ່າງ​ເກາະດອນ​ຕ່າງໆ​ຢ່າງ​ໜັກໜ່ວງ​ທີ່​ສຸດ, ​ແຕ່​ລັດຖະບານ​ແລະ​ສະພາກາ​ແດງ​ຟິລິບ​ປິນ ກຳລັງ​ທຳ​ຄວາມ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ສົ່ງ​ເຄື່ອງ​ສົງ​ເຄາະ​ຕ່າງໆ​ໄປ​ໃຫ້​ຜູ້​ປະສົບ​ໄພ​ທຸກ​ຄົນໃນ​ເຂດ​ປະສົບ​ໄພ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ສ້າງ​ເຮືອນ​ຢູ່​ອາ​ໄສ​ຊົ່ວຄາວ​ໃຫ້​ເຂົາ​ເຈົ້າ, ສະໜອງ​ອາຫານ, ນ້ຳ​ດື່ມ ​ແລະ ​ເຄື່ອງ​ໃຊ້​ປະຈຳ​ວັນ​ອື່ນໆ​ໃຫ້​ເຂົາ​ເຈົ້າ, ​ເກັບ​ມ້ຽນ​ສົບ​ຂອງ​ຜູ້​ເສຍ​ຊີວິດ.

ນອກ​ນີ້, ກອງທັບ​ຟິລິບ​ປິນ ກໍ​ໃຊ້​ຍົນ​ທະຫານ ​ແລະ ຍົນ​ເຮ​ລີ​ກົບ​ແຕຢ່າງຫຼວງຫຼາຍ, ​ເພື່ອ​ສົ່ງ​ເຄື່ອງ​ສົງ​ເຄາະ​ເຂົ້າ​ໄປ​ໃນ​ເຂດ​ປະສົບ​ໄພ ​ແລະ ຍົກຍ້າຍຜູ້​ປະສົບ​ໄພ​​ໄປ​ບ່ອນ​ອື່ນ.