ນັກ​ທ່ອງທ່ຽວ​ຍີ່ປຸ່ນ​ຖືກ​ກັກ​ຕົວ​ຍ້ອນ​​ເຈດ​ຕະນາ​ນຳ​ສົ່ງ​ຢາ​ເສບ​ຕິດ​ອອກ​ຈາກ​ຈີນ

(GMT+08:00) 2013-11-16 14:09:26     cri

ວັນ​ທີ 15 ພະຈິກ​ນີ້ ຢູ່​ທີ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ຫົງ​ເຫຼີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ: ຕາ​ກູ​ມາ ຊາ​ກູຣາກີ, ນັກ​ທ່ອງທ່ຽວ​ສັນຊາດ​ຍີ່ປຸ່ນ​ຖືກ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຈີນ​ກັກ​ຕົວ​ໄວ້​ ຍ້ອນ​ເຈດ​ຕະນາ​ນຳ​ສົ່ງ​ຢາ​ເສບ​ຕິດ​ອອກ​ຈາກ​ສະໜາມ​ບິນ​ໄປ​ຢຸນ ນະຄອນ​ກວາງ​ໂຈ່​ວຈີນ, ປັດຈຸບັນ​ຖືກ​ກົກ​ຕົວ​ໄວ້​ຢູ່​ສະຖານ​ທີ່​ຄວບ​ຄຸມ​ຜູ້​ຕ້ອງ​ສົງ​ໄສ ​ແຂວງ​ກວາງຕຸ້ງ.

ທ່ານ​ຫົງ​ເຫຼີຍ ກ່າວ​ວ່າ: ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຈີນ ​ໄດ້​ແຈ້ງ​ສະພາບ​ດັ່ງກ່າວ​ໃຫ້​ສະຖານ​ກົງສຸນ​ຍີ່ປຸ່ນ​ປະຈຳ​ນະຄອນ​ກວາງ​ໂຈ່​ວ​ໄດ້​ຊາບ​ຢ່າງ​ທັນ​ການ, ຝ່າຍ​ຍີ່ປຸ່ນ​ໄດ້​ສົ່ງ​ເຈົ້າໜ້າ​ທີ່​ກົງສຸນ​ໄປ​ພົບ​ກັບ ຕາ​ກູ​ມາ ຊາ​ກູຣາກີ ​ແລ້ວ. ປັດຈຸບັນກຳລັງສືບສວນ-ສອບ​ສວນ​ຄະດີ​ດັ່ງກ່າວ​ໃຫ້​ລະອຽດ​ຕື່ມ​ອີກ.