ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ສະຫະພາບ​ເອີຣົບ​ຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ລົງທຶນ

(GMT+08:00) 2013-11-16 16:01:24     cri

ວັນ​ທີ 15 ພະຈິກ​ນີ້ ຢູ່​ທີ່​ນະຄອນຫຼວງປັກ​ກິ່ງ, ທ່ານຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ເຈລະຈາ​ກັບ​ທ່ານ​ມາກ ຣຸດ. ​ນາຍົກລັດຖະມົນຕີ​ໂຮ​ນລັງ. ທ່ານຫຼີ​ເຄີ້ສຽງ ກ່າວ​ວ່າ: ກອງ​ປະຊຸມ​ສຸດ​ຍອດຈີນ​-​ເອີຣົບຄັ້ງທີ 16 ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້, ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ຝ່າຍ​ສະຫະພາບ​ເອີຣົບ​ເພື່ອ​ວາງ​ແຜນຂະຫຍາຍການ​ພົວພັນ​ລະຫວ່າງ​ສອງ​ຝ່າຍຈາກ​ດ້ານຍຸດ​ທະ​ສາດ​ແລະ​ໄລຍະ​ຍາວ​ໄກ, ຊຸກ​ຍູ້​ການ​ເຈລະຈາ​ສັນຍາ​ການ​ລົງທຶນ, ຍົກ​ລະດັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃຫ້​ສູງ​ຂຶ້ນ. ຫວັງ​ວ່າ​ໂຮ​ນລັງ​​ໃນ​ຖານະ​ເປັນ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີຣົບ ຈະ​ເສີມ​ຂະຫຍາຍ​ບົດບາດ​ຊຸກ​ຍູ້​ຢ່າງ​ຕັ້ງໜ້າ.

ທ່ານຫຼີ​ເຄີ້ສຽງ ກ່າວ​ຕື່ມ​ວ່າ: ຈີນ​ແລະ​ໂຮ​ນລັງ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ທີ່​ຕັ້ງໜ້າລິ​ເລີ່​ມ ການ​ຄ້າ​ເສລີ​ສາກົນ. ປັດຈຸບັນ​ນີ້, ການ​ຟື້ນ​ຕົ​ວຂອງ​ເສດຖະກິດ​ໂລກ​ຍັງ​ປະ​ເຊີນ​ກັບຫຼາຍ​ປັດ​ໄຈ​ທີ່​ບໍ່​ແນ່ນອນ​, ຈີນ​ແລະ​ສະຫະພາບ​ເອີຣົບຕ້ອງ​ເພີ່ມ​ທະວີ​ການ​ປະສານ​ງານ​ດ້ານ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ, ​ຮ່ວມ​ກັນອອກສຽງ​ຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ, ​ເພື່ອ​ຊຸກຍູ້​​ການ​ຄ້າ​ແລະການລົງທຶນ​ເປັນ​ແບບ​ເສລີ ​ແລະ ມີ​ຄວາມ​ສະດວກ​ກວ່າ​ເກົ່າ. ທ່ານຫຼີ​ເຄີ້ສຽງ ກ່າວ​ຕໍ່​ໄປ​ວ່າ: ​ໃນຫຼາຍປີ​ມາ​ນີ້, ການ​ຮ່ວມ​ມື​ລະຫວ່າງ​ຈີນ-​ໂຮ​ນລັງ​ໄດ້​ຢູ່​ແຖວ​ໜ້າ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນກັບປະ​ເທດ​ສະຫະພາບ​ເອີຣົບໂດຍ​ຕະຫຼອດ, ສອງ​ຝ່າຍ​ຕ້ອງ​ຮັກສາ​ທ່ວງທ່າ​ນີ້​ໃຫ້​ດີ, ຄົ້ນຄວ້າ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ຍູ້​ໜູນ​ກັນ​ໃນ​ດ້ານ​ຕ່າງໆ ​ເຊັ່ນ: ຕະຫຼາດ, ​ເຕັກ​ໂນ​ໂລ​ຊີ, ບຸກຄະລາ​ກອນ ​ແລະ ທຶນຮອນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ​ເຊັ່ນ: ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ການ​ປະຢັດ​ພະລັງງານ​, ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ວັດ​ສະດຸ​ໃໝ່, ພະລັງງານ​ໃໝ່​ ແລະ​ອື່ນໆ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານການ​ເງິນ​ ​ແລະ ສິນ​ເຊື່ອ​ສີຂຽວລະຫວ່າງວິ​ສາ​ຫະກິດຂະໜາດ​ນ້ອຍ.

ທ່ານ​ມາກ ຣຸດ, ນາຍົກ​ລັດຖະມົນຕີ​ໂຮ​ນລັງ ກ່າວ​ວ່າ: ຝ່າຍ​ໂຮ​ນລັງ​ເຫັນ​ວ່າ, ການ​ເລັ່ງລັດ​ຊຸກ​ຍູ້​ການ​ເຈລະຈາ​ສັນຍາ​ການ​ລົງທຶນ​ລະຫວ່າງ​ເອີຣົບ-ຈີນ ​ແລະ ສ້າງ​ເຂດ​ການ​ຄ້າ​ເສລີ​ເອີຣົບ-ຈີນ​ ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ສອງ​ຝ່າຍ, ຫວັງ​ວ່າກອງປະຊຸມ​ສຸດ​ຍອດ​ເອີຣົບ-ຈີນ​ຄັ້ງທີ 16 ຈະ​ໄດ້ຮັບຜົນສຳ​ເລັດ.