​ຈີນ​ຈະ​ປະຕິບັດ​ການ​ເລື່ອນ​ເວລາ​ອອກ​ກິນ​ເບ້ຍ​ບຳນານ​ເປັນ​ກ້າວໆ, ຜູ້​ຊ່ຽວຊານ​ກ່າວ​ວ່າ, ຈະ​ມີ​ໄລຍະ​ຂ້າມ​ຜ່ານ 20 ປີ

(GMT+08:00) 2013-11-16 16:26:06     cri
ຕາມ​ຂ່າວສານ​ຊິ່ນຮວາ: "ຂໍ້​ຕົກລົງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ກ່ຽວ​ກັບ​ບັນຫາ​ສຳຄັນ​ຈຳນວນ​ໜຶ່ງ​ໃນການ​ລົງ​ເລິກການ​ປະຕິຮູບຢ່າງຮອບດ້ານ" ທີ່​ປະກາດ​ໃນ​ວັນ​ທີ 15 ພະຈິກ​ນີ້​ແຈ້ງວ່າ, ຈີນ​ຈະ​ຄົ້ນຄວ້າ​ວາງ​ນະ​ໂຍບາຍ​ເລື່ອນ​ເວລາ​ອອກ​ກິນ​ເບ້ຍ​ບຳນານເປັນ​ກ້າວໆ. ທ່ານ​ເຈີ້​ງປິງ​ເວີນ​, ຫົວໜ້າ​ສູນ​ຄົ້ນຄວ້າ​ການ​ປະກັນ​ສັງຄົມ​ໂລກ​ຂອງ​ສະ​ພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ຊີ້​ອອກ​ວ່າ, ການ​ເລື່ອນ​​ເວລາ​ອອກ​ກິນ​ເບ້ຍບຳນານເປັນ​ກ້າວໆ, ​ແມ່ນ​ສະ​ເໜີ​ອອກ​ມາ​ເປັນ​ເທື່ອ​ທຳ​ອິດ, ນີ້​ແມ່ນ​ການ​ທົດ​ລອງ​ອັນໃໝ່​ອ່ຽມຂອງການ​ປະຕິຮູບ​ໃນ​ຂົງ​ເຂດ​ປະກັນ​ສັງຄົມ.

ທ່ານ​ເຈີ້​ງປິງ​ເວີນ​ວິ​ເຄາະ​ວ່າ, ​ເພື່ອຮັບ​ມືກັບ​ສິ່ງ​ທ້າ​ທາຍ​ໃນ​ດ້ານສັງຄົມ​ຜູ້​ເຖົ້າ​ແລະ​ການ​ຂາດ​ຄວາມ​ດຸ່ນດ່ຽງ​ທາງ​ດ້ານ​ລາຍຮັບ​ລາຍ​ຈ່າຍ​ຂອງ​ເງິນ​ລ້ຽງ​ຜູ້​ເຖົ້າ, ຫຼາຍປະ​ເທດ​​ໃນ​ໂລກ​ກໍ່​ໄດ້ທົດລອງ​ເລື່ອນ​ເວລາ​ອອກ​ກິນ​ເບ້ຍ​ບຳນານ, ​ແຕ່​ເມື່ອ​ເບີ່ງພຶດຕິ​ກຳ​ໃນ​ທົ່ວ​ໂລກ​ແລ້ວ, ການ​ເລື່ອນ​ເວລາ​ອອກ​ກິນ​ເບ້ຍ​ບຳນານ​ບໍ່​ແມ່ນ​ຈະ​ເຮັດ​ສຳ​ເລັດໃນ​ບາດ​ດຽວ, ຫາກ​ແມ່ນ​ປະຕິບັດ​ຕາມ​ແຜນການ​ເປັນ​ກ້າວໆ, ​ເລື່ອນ​ເວລາ​ອອກ​ກິນ​ເບ້ຍ​ບຳນານ 3 ​ເດືອນ​ເທື່ອ​ໜຶ່ງ​ໃນຮອບຫຼາຍປີ, ຖ້າ​ຢາກ​ເລື່ອນ​ເວລາ​ອອກ​ກິນ​ເບ້​ຍບຳນານ 5 ປີ ອາດ​ຈະ​ຕ້ອງ​ໃຊ້​ເວລາ 20 ປີ​ເປັນ​ໄລຍະ​ຂ້າມ​ຜ່ານ.