ປະຊາ​ຄົມ​ໂລກ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່ "ຂໍ້​ຕົກລົງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່ຽວ​ກັບ​ບັນຫາ​ສຳຄັນ​ຈຳນວນ​ໜຶ່ງ​ໃນ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງ​ຮອບດ້ານ"

(GMT+08:00) 2013-11-17 15:20:06     cri

ພາຍຫຼັງ​ໄດ້​ເຜີຍ​ແຜ່ "ຂໍ້​ຕົກລົງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່ຽວ​ກັບ​ບັນຫາ​ສຳຄັນ​ຈຳນວນ​ໜຶ່ງ​ໃນ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງ​ຮອບດ້ານ" ກໍ​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຈາກ​ປະຊາ​ຄົມ​ໂລກ. ຫາງ​ສຽງ​ເຫັນ​ວ່າ, ​ເອກະສານ​ທີ່​ສຳຄັນ​ສະບັບ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ປະຕິ​ຮູບ​ຂອງ​ຈີນ​ໃນ​ຄັ້ງນີ້​ມີ​ຄວາມ​ເລິກ​ເຊິ່ງ​ແລະ​ກວ້າງຂວາງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ​ແມ່ນ​ແຜນການທີ່​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງ​​ຮອບດ້ານ.

ທົ່ວ​ໂລກ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ​ໃນ "ຂໍ້​ຕົກລົງ" ​ໄດ້​ມີ​ຫົວ​ຂໍ້​ທີ່​ກວ້າງຂວາງ. ຂ່າວສານ​ລອຍ​ເຕີ ອັງກິດ ກ່າວ​ວ່າ, ​ເອກະສານ​ສະບັບ​ນີ້​ໄດ້​ກ່າວ​ເຖິງ​ການ​ປະຕິ​ຮູບ​ໃນຫຼາຍຂົງ​ເຂດ, ​ເຊິ່ງລວມທັງ​ການ​ປະຕິ​ຮູບ​ດ້ານ​ອົງ​ປະກອບ ​ເຊັ່ນ: ເລັ່ງລັດຊຸກຍູ້ບັນຊີ​ທຶນ​ຕະກຸນ​ເງິນ​ຢວນ​ໃຫ້​ສາມາດ​ແລກປ່ຽນ​ໄດ້​ຢ່າງ​ເສລີ, ຊຸກຍູ້​ການ​ຫັນ​ເປັນ​ຕົວ​ເມືອງ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າກັນລະຫວ່າງຕົວເມືອງກັບຊົນນະບົດ, ນອກນີ້, ກໍໄດ້ໃຫ້ຄຳຕອບກ່ຽວກັບບັນຫາທາງສັງ ຄົມ ​ເຊັ່ນ ​ເກັບ​ພາສີ​ອາກອນ​ຕໍ່ຊັບພະຍາກອນ​ທຳ​ມະ​ຊາດ​ເປັນຕົ້ນ.

ໜັງສືພິມ "​ເດີ​ວອນ​ສະຕຼິດລາຍ​ວັນ" ຂອງ​ອາ​ເມ​ລິ​ກາ​ໄດ້​ພິມ​ບົດຄວາມ​ໂດຍ​ຂຽນ​ວ່າ, "ຂໍ້​ຕົກລົ​ງ" ສະບັບ​ນີ້​ໄດ້​ປະກາດ​ຍິ່ງ​ລະອຽດຫຼາຍ, ​ໄດ້​ວາງແຜນການ​ປະຕິ​ຮູບ​ທີ່​ຍິ່ງ​ໃຫຍ່, ​ເພື່ອ​ຮັບ​ມື​ກັບ​ບັນຫາ​ຕົ້ນຕໍ​ທີ່​ຈີນ​ປະ​ເຊີນ​ໃນ​ປັດຈຸບັນ, ​ເຊັ່ນ: ການ​ເຕີບ​ໂຕ​ຊ້າ​ລົງ, ຄວາມຫຼຸດ​ໂຕນ​ກັນ​ລະຫວ່າງ​ຄວາມທຸກ​ຍາກ​ກັບ​ຄວາມ​ຮັ່ງມີຂະຫຍາຍ​ວົງ​ກວ້າງ​ອອກ, ການ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ ​ແລະ​ອື່ນໆ.

ສື່​ມວນ​ຊົນ​ຕົ້ນຕໍ​ຂອງ​ເຢຍລະ​ມັນຫຼາຍ​ແຫ່ງ ​ເຊັ່ນ "ໜັງສືພິມ​ເດີ​ບິ​ວ", "​ໂຟຄຸ​ສ" ​ແລະ "ວາລະສານ​ເດີ​ເຈີ​ເມນ​ມີ​ເຣີລາຍ​ສັບປະດາ" ​ເປັນຕົ້ນ ​ກໍໄດ້ລາຍ​ງານ​ຢ່າງ​ເລິກ​ເຊິ່ງຕໍ່​ເນື້ອ​ໃນ​ດ້ານ​ຕ່າງໆ​ຂອງ "ຂໍ້​ຕົກລົງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່ຽວ​ກັບ​ບັນຫາ​ສຳຄັນ​ຈຳນວນ​ໜຶ່ງ​ໃນ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງ​ຮອບດ້ານ". ​ໂທລະພາບ​ຂ່າວ​ເຢຍລະ​ມັນ ​ເຫັນ​ວ່າ, ຈີນ​ພວມ​ທຳ​ການ​ກະກຽມ​ເພື່ອ​ອະນາຄົດ, ພັກ​ກອມ​ມູນິດ​ຈີນ​ຈະ​ບັນລຸ​ການ​ຫັນປ່ຽນ​ຄັ້ງ​ໃໝ່ ​ໂດຍ​ຜ່ານ​ການ​ປະຕິ​ຮູບທາງ​ສັງຄົມ​ຢ່າງ​ກວ້າງຂວາງ.

​ເຄືອ​ຂ່າຍ​ຂ່າວສານ​ໂທລະພາບ​ແຄ​ເບິນ​ອາ​ເມ​ລິ​ກາ ຫຼື CNN, ໜັງສືພິມ​ນິວຢອກ​ເທ​ມສ໌ ຂອງ​ອາ​ເມ​ລິ​ກາ, ບໍລິສັດ​ກະຈາຍສຽງ​ອັງກິດ ຫຼື BBC, ຂ່າວສານ​ລູຊາ ​ເຊິ່ງ​ແມ່ນ​ຂ່າວສານ​ແຫ່ງ​ຊາດ​ປອກຕຸ​ຍການ, ໜັງສືພິມ​ເລີ​ມູນ​ເດີ ຂອງຝຣັ່ງ ​ແລະ​ອື່ນໆ ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ການ​ຍົກ​ເລີກ​ລະບຽບ​ການ​ສຶກສາ​ໂດ​ຍຜ່ານ​ການ​ອອກ​ແຮງ​ງານ ທີ່​ລະບຸ​ໄວ້​ໃນ "ຂໍ້​ຕົກລົງ" ດັ່ງກ່າວ, ​​ໂດຍເຫັນ​ວ່າ ນີ້​ແມ່ນມາດ​ຕະການ​ທີ່​ສຳຄັນ​ແລະ​ຄວາມ​ກ້າວໜ້າ​ຂອງ​ຈີນ​ໃນ​ການ​ບູລະນະ​ລະບຽບ​ການ​ດ້ານ​ຕຸລາການ​ໃຫ້​ສົມບູນ​ຂຶ້ນ.