ທ່ານ​ເອ​ໂມ​ມາລີ ຣັກມອນ ສາບານ​ຕົວ​ຂຶ້ນຮັບ​ຕຳ​ແໜ່​ງປະທານາທິບໍດີ​ຕາ​ຊີ​ກີ​ສະຖານ

(GMT+08:00) 2013-11-17 15:21:31     cri

ພາຍຫຼັງ​ໄດ້ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທາ​ນາ​ທິບໍດີ​ຕາ​ຊີ​ກີ​ສະຖານ​ຊຸດ​ໃໝ່​ຕື່ມ​ອີກ​ວາລະ​ໜຶ່ງ​, ທ່ານ​ເອ​ໂມ​ມາລີ ຣັກມອນ ​ໄດ້​ສາບານ​ຕົວ​ຂຶ້ນຮັບ​ຕຳ​ແໜ່​ງປະທານາທິບໍດີ​ຕາ​ຊີ​ກີ​ສະຖານ​ໃນວັນ​ທີ 16 ພະຈິກ​ນີ້ ຢູ່​ນະຄອນຫຼວງດູ​ຊັນ​ເບ, ​ແລະ​​ໄດ້ໃຫ້ຄຳ​ໝັ້ນສັນຍາ​ວ່າ​ຈະ​ພະຍາຍາມຫຼຸດອັດຕາ​ຜູ້​ທຸກ​ຍາກ​ໃຫ້ຕ່ຳ​ລົງຕື່ມອີກ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ ​ໃນ​ອາຍຸ​ຕຳ​ແໜ່​ງ 7 ປີຕໍ່​ໄປ​ນີ້.

ຕາ​ຊີ​ກີ​ສະຖານ ​ໄດ້​ຈັດການ​ເລືອກ​ຕັ້ງປະທານາທິບໍດີ ​ໃນວັນ​ທີ 6 ພະຈິກ​ນີ້, ​ເຊິ່ງມີ 6 ຄົນ​ສະໝັກ​ຮັບ​ເລືອກ​ຕັ້ງ. ອີງ​ຕາມ​ຜົນ​ສະຖິຕີ​ສຸດ​ທ້າຍ​ທີ່​ຄະນະ​ກຳມະການ​ການ​ເລືອກ​ຕັ້ງ​ແລະ​ການ​ປ່ອນບັດ​ທົ່ວ​ປວງ​ຊົນສູນ​ກາງຕາ​ຊີ​ກີ​ສະຖານ ປະກາດ, ທ່ານ ຣັກມອນ ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງດ້ວຍ​ຜົນ​ໄດ້​ບັດ 84,23% ​ແລະ ໄດ້ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທາ​ນາ​ທິບໍດີ​ຕາ​ຊີ​ກີ​ສະຖານ​ຊຸດ​ໃໝ່​ຕື່ມ​ອີກ​ວາລະ​ໜຶ່ງ​. ນີ້​ແມ່ນ​ທ່ານຣັກມອນ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ຕາ​ຊີ​ກີ​ສະຖານ​ສະ​ໄໝ​ທີ 4 ຢ່າງ​ລຽນຕິດ.