ລັດຖະບານ​ລີ​ບີກ່າວ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​​ໄດ້​ເພີ່ມ​ຂຶ້ນ​ເປັນ 40 ຄົນໃນ​ເຫດການ​ຜູ້​ປະ​ທ້ວງ​ຖືກຫຼອນ​ໂຈມ​ຕີ

(GMT+08:00) 2013-11-17 15:22:29     cri

ວັນ​ທີ 16 ພະຈິກ​ນີ້, ທ່ານ​ຊາ​ລາ ມາ​ກາ​ນີ, ລັດຖະມົນ​ຕີວ່າການ​ກະຊວງ​ຍຸດຕິ​ທຳລີ​ບີ ກ່າວ​ວ່າ: ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ເຫດການ​​ທະຫານລາດປະກອບ​ອາວຸດ​ຫຼອນ​ໂຈມ​ຕີ​ຜູ້​ປະ​ທ້ວງ​ຢູ່​ນະຄອນຫຼວງຕຼີ​​ໂປ​ລີ ​ໄດ້​ເພີ່ມ​ຂຶ້ນ​ເປັນ 40 ຄົນ ​ແລະ​ຍັງ​ອາດ​ຈະ​ເພີ່ມ​ຂຶ້ນອີກ.

ນອກ​ນີ້​ຂ່າວ​ແຈ້ງວ່າ, ອົງການ​ທະຫານ​ລາດ​ມີ​ສຣາຕາ​ທີ່​ເປັນ​ຜູ້ຫຼອນ​ໂຈມ​ຕີ​ຜູ້​ປະ​ທ້ວງ ​ໄດ້​​ປະ​ທະ​ກັນກັບ​ກອງທັບ​​ແຫ່ງ​ຊາດລີ​ບີ​ຢູ່​ນະຄອນຫຼວງຕຼີ​ໂປ​ລີ, ​ເຮັດ​ໃຫ້​ມີ 1 ຄົນ​ເສຍ​ຊີວິດ, 8 ຄົນ​ບາດ​ເຈັບ.