​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຈີນ​ໃຫ້​ສຳພາດ ກ່ຽວ​ກັບ​ລັດຖະບານ​ຈີນ​ຍິນ​ດີ​ສົ່ງ​ໜ່ວຍ​ແພດ​ຊ່ວຍ​ເຫຼືອສຸກ​ເສີນ​ໄປ​ເຂດ​ປະສົບ​ໄພ​ຟິລິບ​ປິນ

(GMT+08:00) 2013-11-17 13:50:06     cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 16 ພະຈິກ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ ລັດຖະບານ​ຈີນ​ຍິນ​ດີ​ສົ່ງ​ໜ່ວຍ​ແພດ​ຊ່ວຍ​ເຫຼືອສຸກ​ເສີນ​ໄປ​ເຂດ​ປະສົບ​ໄພ​ຟິລິບ​ປິນ, ທ່ານ​ຮົງ​ເຫຼີຍ, ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນກ່າວ​ວ່າ, ລັດຖະບານ​ຈີນ​ຍິນ​ດີ​ສົ່ງ​ໜ່ວຍ​​ແພດ​ຊ່ວຍ​ເຫຼືອ​ສຸກ​ເສີນ​ໄປ​ເຂດ​ປະສົບ​ໄພ​ຂອງ​ຟິລິ​ບປິນ ​ໂດຍ​ພິຈາລະນາ​ເຖິງ​ມະນຸດສະທຳ.

ມີ​ນັກ​ຂ່າວ​ຖາມ​ວ່າ: ພາຍຸ​ໃຕ້​ຝຸ່ນ​ໄຮ​ຢ້ຽນ​ໄດ້​ພາ​ໃຫ້​ຟິລິບ​ປິນປະສົບ​ໄພ​ມະນຸດສະທຳ​ຢ່າງ​ໜັກໜ່ວງ. ຝ່າຍຈີນ​ໄດ້​ສະໜອງ​​ວັດຖຸ​ກູ້​ໄພ​ສຸກ​ເສີນ​ແລະ​ເງິນຊ່ວຍ​ເຫຼືອໃຫ້​ຟິລິບ​ປິນ​ແລ້ວ, ມີ​ແຜນ​ຈະສະໜອງການ​ຊ່ວຍ​ເຫຼືອມະນຸດສະທຳຫຼາຍກວ່າ​ເກົ່າ ​ເຊິ່ງລວມທັງ​ການ​ຊ່ວຍ​ເຫຼືອດ້ານການ​ແພດຫຼືບໍ່?

ທ່ານ​ຮົງ​ເຫຼີຍ​ເວົ້າ​ວ່າ: ຝ່າຍ​ຈີນ​ໄດ້​​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ສະພາບ​ການ​ປະສົບ​ໄພ​ພາຍຸ​ໃຕ້​ຝຸ່ນ​ໄຮ​ຢ້ຽນຂອງ​ຟິລິບ​ປິນ, ​ໄດ້​ສະ​ແດງ​ຫຼາຍ​ເທື່ອ​ແລ້ວວ່າ​ຈະ​ສືບ​ຕໍ່ສະໜອງການ​ຊ່ວຍ​ເຫຼືອມະນຸດ​ສະ​ທຳຫຼາຍກວ່າ​ເກົ່າ​​ໃຫ້​ເຂດ​ປະສົບ​ໄພ​ຟິລິບ​ປິນຕາມ​ສະ​ພາບ​ການ​ປະສົບ​ໄພ​ແລະ​ຄວາມ​ຕ້ອງການ​ຂອງ​ຟິລິບປິນ. ​ໂດຍພິຈາລະນາ​ເຖິງ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ເຂດ​ປະສົບ​ໄພ​ໃນ​ປະຈຸ​ບັນ, ລັດຖະບານ​ຈີນ​ຍິນ​ດີ​ສົ່ງ​ໜ່ວຍ​​ແພດ​ຊ່ວຍ​ເຫຼືອ​ສຸກ​ເສີນ​ໄປ​ເຂດ​ປະສົບ​ໄພ​ຂອງ​ຟິລິ​ບປິນ ​ໂດຍ​ພິຈາລະນາ​ເຖິງ​ມະນຸດສະທຳ.