ພາຍຸ​ໃຕ້​ຝຸ່ນ "​ໂພ​ດຸນ" ​ຢ່າງໜ້ອຍ​ເຮັດ​ໃຫ້ 18 ຄົນ​ເສຍ​ຊີວິດ​ຢູ່​ຫວຽດນາມ

(GMT+08:00) 2013-11-17 14:06:04     cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ພາຍຸໃຕ້​ຝຸ່ນ "​ໂພ​ດຸນ" ​ພັດ​ຖະຫຼົ່ນ​ຫວຽດນາມ ​ພາ​ໃຫ້​ເກີດ​ໄພ​ນ້ຳ​ຖ້ວມ​ຢ່າງໜັກໜ່ວງ, ນັບ​ມາຮອດ​ວັນ​ທີ 16 ພະຈິກ​ນີ້, ຢ່າງໜ້ອຍ​ໄດ້​ເຮັດ​ໃຫ້ 18 ຄົນ​ເສຍ​ຊີວິດ, 7 ຄົນ​ຫາຍ​ສາບ​ສູນ.

ສູນ​ຊອກ​ຄົ້ນ​ແລະ​ຊ່ວຍເຫຼືອກູ້ໄພ​ແຫ່ງຊາດຫວຽດນາມ​ແຈ້ງ​ຂ່າວ​ວ່າ, ​ຍ້ອນ​ຖືກ​ພາຍຸໃຕ້​ຝຸ່ນ "​ໂພ​ດຸນ" ກະທົບ, ຝົນຕົກຮ້າຍ​ແຮງ​ຢູ່​ບາງ​ແຂວງ​ພາກ​ກາງ​ຫວຽດນາມ ໄດ້ພາ​ໃຫ້​ເກີດ​ໄພ​ນ້ຳ​ຖ້ວມ. ​ແຂວງກວາງ​ຫງາຍທີ່​ຢູ່ພາກ​ກາງມີຝົນຕົກຫຼາຍກວ່າໝູ່, ​ເຊິ່ງປະລິມານນ້ຳຝົນມີ​ເຖິງ 700 mm. ສ່ວນ​ຢູ່​ແຂວງ​ອື່ນໆ ກໍ່​ມີ​ເຖິງ 300 ຫາ 600 mm. ລະດັບໜ້າ​ນ້ຳ​ຂອງສາຍນ້ຳ​ຕ່າງໆຢູ່​ບາງ​ແຂວງ​ໄດ້​ຂຶ້ນຮອດລະດັບສູງ​ສຸດ​ໃນ​ປະຫວັດສາດ.