ຈີນ​ເປີດ​ຍຸກ​ຄົບ​ຄ້າ​ສະມາຄົມ​ເຄື່ອນ​ທີ່​, ການ​ພັດທະນາ​ຂະ​​ແໜງ​ການ​ອິນ​ເຕີ​ເນັດ​ເພີ່ມ​ກຳລັງ​ແຮງ​ໃໝ່

(GMT+08:00) 2013-11-18 16:49:09     cri
ວັນ​ທີ 17 ພະຈິກ​ນີ້​ຢູ່​ນະຄອນ​ເຊີນ​​ເຈີ້​ນທີ່​ພາກ​ໃຕ້​ຂອງ​ຈີນ, ທ່ານອີ​ສ້ຽວ​ຮຸ່ຍ, ວິສະ​ວາກ​ອນ​ໃຫຍ່​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າດ້ານ​ໂທລະ​ຄົມ​ຂອງ​ກະຊວງອຸດສາຫະກຳ​ແລະ​​ຂໍ້​ມູນ​ຂ່າວສານ​ຈີນ​ກ່າວ​ວ່າ, ການ​ຫັນ​ເປັນ​​ແບບ​ຄົບ​ຄ້າ​ສະມາຄົມ​ໄດ້​ກາຍ​ເປັນ​ທ່າ​ອຽງ​ໃຫຍ່​ຂອງ​ການ​ພັດທະນາ​ອິນ​ເຕີ​ເນັດ​ເຄື່ອນ​ທີ່​ຂອງ​ຈີນ.

MicroBlog​ແລະweixinຂອງ​ຈີນ​ຄ້າຍຄື​ກັບTwitter​ແລະWhatsAppຂອງ​ຕ່າງປະ​ເທດ, MicroBlogມີ​ຜູ້​ໃຊ້ 500 ລ້ານ​ເລກ​ໝາຍ​ແລະweixinມີ​ຜູ້​ໃຊ້ 400 ລ້ານ​ເລກ​ໝາຍ. ຄຽງ​ຄູ່​ກັບສະມາດ​ໂຟນທີ່​ເຜີຍ​ແຜ່​ຢ່າງ​ກວ້າງຂວາງຢູ່​ຈີນ, ປະຊາຊົນ​ຈີນ​ທີ່​ຕິດ​ຕໍ່​ພົວພັນ​ກັນ​ດ້ວຍ​ອິນ​ເຕີ​ເນັດ​ເຄື່ອນ​ທີ່​ກໍ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ຕົວ​ເລກ​ສະຖິຕິ​ທີ່​ມາ​ຈາກ​ກະຊວງ​ອຸດສາຫະກຳ​ແລະ​ຂໍ້ມູນ​ຂ່າວສານ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ມາ​ຮອດ​ທ້າຍ​ເດືອນ​ກໍລະກົດ​ປີ​ນີ້, ຜູ້​ໃຊ້​ອິນ​ເຕີ​ເນັດ​ເຄື່ອນ​ທີ່​ຂອງ​ຈີນ​ໄດ້​ມີ 820 ລ້ານ​ເລກ​ໝາຍ​ແລ້ວ, ​ໃນ​ນັ້ນ​ມີ 70% ຂຶ້ນ​ໄປ​ແມ່ນ​ຜູ້​​ໃຊ້​ໂທລະສັບ​ມື​ຖື, ຕົວ​ເລກ​ດັ່ງກ່າວ​ແມ່ນ​ຫຼັກ​ຖານ​ທີ່​ດີທີ່​ອິນ​ເຕີ​ເນັດ​ເຄື່ອນ​ທີ່​ຂອງ​ຈີນ​​ໄດ້​ມີ​ການພັດທະນາ​ຢ່າງ​ວ່ອງ​​ໄວ.

ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ​ແມ່ນ, ຜະລິດ​ຕະພັນບໍລິການ​ເຕີ່​ມ​ເຕີມ​ເຊັ່ນ​ກາ​ນຊຳລະ​ບັນຊີ​ດ້ວຍ​ອິນ​ເຕີ​ເນັດ​ເຄື່ອນ​ທີ່​ເຮັດ​ໃຫ້​ບົດບາດ​ຂອງ​ຊອບ​ແວ​ຄົບ​ຄ້າ​ສະມາຄົມ​ມີ​ການ​ປ່ຽນ​ແປງ​ຄັ້ງໃຫຍ່, ​ແລະ​ໄດ້​ສ້າງ​ການ​ເງິນ​ອິນ​ເຕີ​ເນັດ​ເຊິ່ງ​ເປັນ​ໂຄງ​ປະກອບ​ການ​ເງິນ​ໃໝ່, ​ໄດ້​ກາຍ​ເປັນ​ທິດ​ທາງ​ພັດທະນາ​ໃຫຍ່​ຂອງ​ການ​ຄົບ​ຄ້າ​ສະມາຄົມ​ເຄື່ອນ​ທີ່​ຂອງ​ຈີນ.