ອິນໂດເນເຊຍດຶງ​ດູດນັກທຸລະກິດ​​ໃຫ້ມາລົງທຶນເພື່ອພັດທະນາການທ່ອງທ່ຽວເກາະດອນ

(GMT+08:00) 2013-11-18 09:36:56     cri
ຕາມຂ່າວCRI: ປະຈຸບັນນີ້, ລັດຖະບານອິນໂດເນເຊຍກຳລັງປະຕິບັດຫຼາຍມາດ​ຕະການ​​ເພື່ອ​ເຮັດ​ໃຫ້​ມູນ​ຄ່າ​ເສດຖະກິດຂອງ​ດອນ​ນ້ອຍທີ່ຢູ່​ຫ່າງໄກ​ສອກຫຼີກເພີ່ມ​ຂຶ້ນ. ກະຊວງ​ທະ​ເລ​ແລະ​ຂະ​ແໜງ​ການ​ປະມົງ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ນັບ​ແຕ່​ປີ 2012 ​ເປັນ​ຕົ້ນ​ມາ, 20% ຂອງນັກ​ທ່ອງ​ທ່ຽວ​ສາກົນ​ທີ່​ມາ​ທ່ຽວ​ອິນ​ໂດ​ເນ​ເຊຍ​ໄດ້​ເລືອກ​​ໄປທ່ອງທ່ຽວ​ທາງ​ທະ​ເລ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າຂະ​ແໜງ​ການທ່ອງ​ທ່ຽວ​ເກາະດອນ​ທາງທະ​ເລ​ມີ​ກຳລັງ​ບົ່ມ​ຊ້ອນຢ່າງ​​ຫຼວງຫຼາຍ.

ຂ່າວ​ແຈ້ງວ່າ, ກະຊວງທະ​ເລ​ແລະ​ຂະ​ແໜງ​ການ​ປະມົງ​ອິນ​ໂດ​ເນ​ເຊຍ​ຈະ​ໂຄສະນາ​​ເຈາະ​ຈົງ​​ໃສ່ເກາະ 92​ ແຫ່ງຕາ​ມຊາຍ​ແດນທີ່​ມີ​ສັດ​ທະ​ເລ​ຢ່າງ​ອຸດົມ​ສົມບູນ, ສ້າງ​ຄວາມ​ສົນ​ໃຈພິ​ເສດ​ໃຫ້​ນັກ​ລົງທຶນ​ພາຍ​ໃນ​ແລະ​ຕ່າງປະ​ເທດ. ນອກ​ນີ້, ກະຊວງທະ​ເລ​ແລະ​ຂະ​ແໜງການ​ປະມົງ​ຍັງ​ຈະ​ຮ່ວມ​ກັນ​ກັບ​ກະຊວງ​​ແລະ​ຄະນະ​ກຳມະການ​ອື່ນໆ​ສ້າງ​ຕັ້ງ​ອົງການ​ຮ່ວມ​ອົງການ​ໜຶ່ງຂຶ້ນ, ​ເພື່ອ​ປະສານ​ງານ​ກັນ​ດ້ານ​ວຽກ​ງານການ​ພັດທະນາ​ດ້ານ​ການທ່ອງທ່ຽວ​ຕາມ​ເກາະດອນ​ດັ່ງກ່າວ.