ອຸປະກອນກູ້ໄພຖືກຂົນສົ່ງຮອດຕົວເມືອງແລະຊົນນະບົດທັງໝົດຂອງແຂວງເລເທເຊິ່ງເປັນເຂດປະສົບໄພຮ້າຍແຮງຂອງຟີລິບປີນ​ແລ້ວ

(GMT+08:00) 2013-11-18 15:41:15     cri
ຕາມຂ່າວCRI: ວັນທີ 17 ພະຈິກນີ້, ປະຊາຊົນຟີລິບປິນທີ່ປະສົບໄພຢູ່ຕົວເມືອງແລະຊົນນະບົດ 40 ​ແຫ່ງ​ທັງ​ໝົດ​ຂອງ​ແຂວງ​ເລ​ເທ​ເຊິ່ງ​ເປັນ​ເຂດ​ປະ​ສົບ​ໄພ​ພາຍຸ​ໃຕ້​ຝຸ່ນ " ໄຮ​ຢ້ຽນ "ຢ່າງ​ຮ້າຍ​ແຮງໄດ້ຮັບອຸປະກອນກູ້ໄພທີ່ຈັດແບ່ງໂດຍລັດຖະບານ​ແລ້ວ.

ຕອນຮຸ່ງເຊົ້າວັນທີ 8 ພະຈິກນີ້, ພາຍຸໃຕ້ຝຸ່ນ "ໄຮຢ້ຽນ" ​ໄດ້​ພັດ​ຖະຫຼົ່ມ​ເຂົ້າ​ພາກ​ກາງ​ຂອງ​ຟີ​ລິບ​ປິນ, ແຂວງ​ເລ​ເທ​ແມ່ນ​ເຂດ​ແຄ້ວນ​ທີ່​ປະ​ສົບ​ໄພ​ຮ້າຍ​ແຮງທີ່ສຸດ. ລົມແຮງແລະຄື້ນທະ​ເລ​ໃຫຍ່ໄດ້ທຳລາຍສິ່ງກໍ່ ສ້າງ​ເກືອບ 90% ຂອງ​ທົ່ວ​ນະຄອນ, ​ເຮັດ​ໃຫ້​ມີ 3000 ກວ່າ​ຄົນ​ເສຍ​ຊີວິດ. ຍ້ອນ​ວ່າ​ສິ່ງ​ກໍ່ສ້າງດ້ານ​ຄົມມະນາຄົມ​ມີ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ, ບໍ່​ສາມາດ​ຂົນ​ສົ່ງວັດ​ຖຸ​ແລະ​ອຸປະກອນກູ້​ໄພ​​ໄປ​ເຂດປະສົບ​ໄພ​ຢ່າງ​ທັນ​ການ, ຫຼັງ​ຈາກ​ໄພພິບັດ​ເກີດ​ຂຶ້ນ​ຈົນ​​ເກີດ​ມີ​ປະຊາຊົນ​ທີ່​ປະສົບ​ໄພ​ໄດ້​ສະດົມ​ສິ່ງ​ຂອງ. ສື່​ມວນ​ຊົນ​ແລະ​ປະຊາຊົນພາກັນ​ຕຳນິລັດຖະບານ​ວ່າ​ບໍ່​ໃຫ້ການ​ຊ່ວຍ​ເຫຼືອ​ຜູ້​ປະສົບ​ໄພ​ໃນ​ທັນທີ.

ປະຈຸ​ບັນ​ນີ້, ສູນ​​ເຕົ້າ​ໂຮມ​​ແຈກ​ຢາຍ​ອຸປະກອນ​ກູ​ໄພ​ 2 ​ແຫ່ງ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະຄອນ​ທາ​ຄ​ໂລ​ບານ​ແລະ​ເມືອງ​ໂອ​ໂມກ, ​ເພື່ອຮັບຜິດຊອບ​ການ​ຂົນ​ສົ່ງອຸປະກອນ​ກູ​ໄພ​ໄປ​ຕົວ​ເມືອງ​ແລະ​ຊົນນະບົດ​ແຫ່ງ​ຕ່າງໆ.

ວັນ​ທີ 17 ພະຈິກ​ນີ້, ທ່ານ​ອາ​ກີ​ໂນ 3 , ປະທານາທິບໍດີ​ຟີ​ລິບ​ປິນ​ໄດ້​ບິນ​ໄປ​ນະຄອນ​ທາ​ຄ​ໂລ​ບານ​ແລະ​ນະຄອນ​ກຸຍ​ອານ​ເພື່ອກວດກາ​ສະພາບ​ຄວາມ​ເສຍ​ຫາຍ​ຂອງ​ເຂດ​ປະສົບ​ໄພ. ທ່ານ​ກ່າວ​ວ່າ, ລັດຖະບານ​ໄດ້​ວາງ​ແຜນການ​ສ້າງສາ​ເຂດ​ປະສົບ​ໄພຄືນ​ໃໝ່​ແລະ​ມີ​ງົບປະມານ​ໃນ​ການກູ​ໄພ​ຢ່າງ​ພຽງພໍ. ​ແຕ່​ວ່າ, ການ​ສະໜອງ​ກະ​ແສ​ໄຟຟ້າ​ໃຫ້​ເຂດທີ່​ປະສົບ​ໄພ​ພາຍ​ໃນ 3​ ​ເດືອນນັ້ນ​ອາດ​ຈະ​ເປັນ​ໄປ​ບໍ່​ໄດ້.

ຕາມ​ຕົວ​ເລກ​ສະຖິຕິ​ທີ່​ເປີດ​ເຜີຍ​ໂດຍ​ຄະນະ​ກຳມະການ​ບັນ​ເທົາ​ໄພ​ພິບັດແຫ່ງ​ຊາດ​ຟີ​ລິບ​ປິນ​ໃນຕອນ​ຄ່ຳ​ວັນ​ທີ 17 ພະຈິກ​ນີ້, ​ມາ​ຮອດ​ຕອນ​ທ່ຽງ​ວັນ​ທີ 17 ພະຈິກ​ນີ້, ພາຍຸ​ໃຕ້​ຝຸ່ນ "​​ໄຮ​ຢ້ຽນ" ​ໄດ້​ເຮັດ​ໃຫ້​ມີ​ປະຊາຊົນ​ຟີ​ລິບ​ປິນ 3972 ຄົນ​ເສຍ​ຊີວິດ, ມີ 1186 ຄົນຫາຍ​ສາບ​ສູນ, 1 ໝື່ນ 2 ພັນ​ກວ່າ​ຄົນ​ບາ​ດ​ເຈັບ.