ພູໄຟເມຣາພີລະເບີດຢູ່ອິນໂດເນເຊຍ ລັດຖະບານເຕືອນໃຫ້ນັກທ່ອງທ່ຽວ​ຈົ່ງຢູ່ ຫ່າງ​ຈາ​ກພູ​ໄຟ​ໜ່ວຍ​ນີ້

(GMT+08:00) 2013-11-18 16:37:39     cri

ຕອນ​ເຊົ້າ​ວັນ​ທີ 18 ພະຈິກ​ນີ້, ພູ​ໄຟເມຣາພີຢູ່​ແຂວງຈາ​ວາ​ກາງຂອງອິນໂດເນເຊຍ​ໄດ້ລະເບີດ, ຄວາມ​ສູງ​ຂອງຄວັນ​​ໄຟແລະ​ຂີ້ຝຸ່ນບັນລຸ​ເຖິງ 2000 ​ແມັດ. ລັດຖະບານອິນໂດເນເຊຍ​ໄດ້ເຕືອນໃຫ້ນັກທ່ອງທ່ຽວ​ຈົ່ງຢູ່ຫ່າງ​
ຈາ​ກພູ​ໄຟໜ່ວຍ​ນີ້.

​ເຈົ້າ​ໜ້າ​ທີ່​ທີ່​ຮັບຜິດຊອບ​ວຽກ​ງານ​ຕິດຕາມວັດແທກ​ພູ​ໄຟ​ຂອງ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ພູໄຟເມຣາພີ​ໄດ້​ລະເບີດຂຶ້ນ​ໃນ​ເວລາ 4 ​ໂມງ 53 ນາທີ​ໃນວັນທີ 18 ພະຈິກນີ້, ​ໄດ້​​ເກີດ​ມີ​ສຽງ​ລະເບີດຢ່າງແຮງ, ພົ່ນຄວັນແລະລາວາອອກມາ.

ປັດຈຸບັນ​ນີ້, ຢູ່​ອິນ​ໂດ​ເນ​ເຊຍ​ມີ​ພູ​ໄຟ​ທີ່ຍັງເຄື່ອນໄຫວຢູ່ທັງໝົດ 129 ໜ່ວຍ. ພູໄຟເມຣາພີ​ເປັນ​ພູ​ໄຟ​ທີ່​ມີ​ພະລັງ​ຫລາຍ​ທີ່​ສຸດ, ມີຄວາມສູງ​ກວ່າ​ລະດັບ​ນໍ້າ​ທະ​ເລ 2968 ​ແມັດ.